​ເສັ້ນທາງ​ຂົນ​ສົ່ງ​ທາງ​ນໍ້າ​ແຕ່​ນະ​ຄອນ​ອູ​ຮ້ານ​ຂອງ​ຈີນ​ຫາ 4 ປະ​ເທດ​ຂອງ​ອາ​ຊຽນ​ເລີ່​ມ​ໃຫ້​ບໍລິການ​ແລ້ວ
2014-07-22 16:29:17  cri 

ວັນ​ທີ 21 ກໍລະກົດ​ນີ້, ກໍາ​ປັ່ນ​ຂົນ​ສົ່ງ​ສິນຄ້າ​ລໍາ​ໜຶ່ງ​​ໄດ້​ເດີນທາງອອກ​​ຈາກ​ນະຄອ​ນອູ​ຮ້ານ​​ແຂວງ​ຫູ​ເປີ​ຍຂອງ​ຈີນ​ ​ໄປຫາ​ທ່າ​ກໍາ​ປັ່ນ​ໂຮ​ຈີມິນ​ຂອງ​ຫວຽດນາມ. ນີ້​ໝາຍ​ຄວາມ​ວ່າ ເສັ້ນທາງ​ຂົນ​ສົ່ງ​ທາງ​ນໍ້າ​ທົດ​ລອງ​ແຕ່​ນະຄອນ​ອູ​ຮ້ານ​ຂອງ​ຈີນ​ຫາ 4 ປະ​ເທດ​ຂອງ​ອາ​ຊຽນ​ ຄື ​ໄທ​, ກໍາປູ​ເຈຍ, ຫວຽດນາມ​ແລະ​ລາວ ​ໄດ້​ເລີ່​ມ​ໃຫ້​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ.

​ເສັ້ນທາງ​ສາຍ​ນີ້​ແມ່ນ​ບໍລິສັດຂົນ​ສົ່ງ​ສິນຄ້າ​ສາກົນ​ຈົ່ງ​ຢວນຈໍາກັດ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໃຫ້​ບໍລິການ ​ເຊິ່ງ​ໃນວັນ​ອາ​ທິດ​ແລະ​ວັນອັງຄານຂອງແຕ່ລະອາທິດຈະມີກໍາປັ່ນເດີນທາງອອກ​ຈາກ​ທ່າກໍາປັ່ນ​ຢາງ​ໂລ​ຂອງ​ນະຄອນ​ອູ​ຮ້ານ​ແລະທ່າ​ກໍາ​ປັ່ນ​ບາງ​ກອກ​ຂອງ​ໄທ. ​ເຈົ້າ​ໜ້າ​ທີ່​ຮັ້ບຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ບໍລິສັດ​ຈົ່ງ​ຢວນກ່າວ​ວ່າ, ຖ້າທຽບ​ກັບບໍ​ລີ​ສັດ​ຂົນ​ສົ່ງ​ທາງ​ນໍ້າ​ອື່ນໆທີ່​ສໍາຄັນ, ເສັ້ນທາງ​ຂົນ​ສົ່ງ​ທາງ​ນໍ້າ​ຂອງ​ບໍລິສັດ​ຈົ່ງ​ຢວນບໍ່​ພຽງ​ແຕ່​​ໃຊ້​ເວລາ​ເດີ​ນທະ​ເລ​ໜ້ອຍ​ສຸດ​ເທົ່ານັ້ນ, ຍັງ​ສາມາດ​ປະຢັດ​ເວລາ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ລົງ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ