ປະທານ​ປະ​ເທດ​ຈີນ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບຂອງ​ຜູ້ຕາງໜ້າ​ປະທານາທິບໍດີ​ປອກຕຸຍ​ການ
2014-07-25 10:49:09  cri 



    ວັນ​ທີ 24 ກໍລະກົດ​ນີ້ ຢູ່​ເກາະ​ເທີ​ເຊຣາຂອງ​ປອກຕຸຍ​ການ, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ປາວ​ໂລ ​ໂປ​ທັສ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ຜູ້ຕາງໜ້າ​ຂອງ​ປະທານ​າທິບໍດີ​ປອກຕຸຍ​ການ.

    ໂອກາດ​ນີ້ ທ່ານ​ສີ​ຈິ້ນຜິ​ງຊີ້​ອອກ​ວ່າ, ຜ່ານ​ການ​ເຈລະຈາ​ກັນ, ຈີນ​ກັບ​ປອກຕຸຍ​ການ​ໄດ້​ມອບ​ຮັບ​ອຳນາດ​ການ​ປົກຄອງ​ຂອງມາ​ເກົ໋າຢ່າງ​ສະດວກ. ຫຼັງຈາກ​ມາ​ເກົ໋າກັບ​ຄືນ​ສູ່​ປະ​ເທດ​ຈີນ​ເປັນຕົ້ນມາ, ​ໄດ້​ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ເຖຍລະ​ພາບ. ຄວາມ​ເປັນ​ຈິງ​ພິສູດ​ໃຫ້​ເຫັນ​ວ່າ, ​ເວລາ​ນັ້ນ ຈີນ​ແລະ​ປອກຕຸຍ​ການ​ໄດ້​ມີ​ການ​ຕັດສິນ​ນະ​ໂຍບາຍ​ທີ່​ຖືກຕ້ອງ​ໃນ​ປະຫວັດສາດ.

    ທ່ານ​ສີ​ຈິ້ນຜິ​ງຍັງ​ໄດ້​ແຈ້ງ​ສະພາບ​ການ​ກ່ຽວ​ກັບ​ທ່ານ​ເຂົ້າຮ່ວມການ​ພົບ​ປະ​ຂອງ​ຜູ້ນຳ​ປະ​ເທດ​ບຣິກສ໌ຄັ້ງທີ 6 ​ແລະ​ຢ້ຽມຢາມ 4 ປະ​ເທດອາ​ເມ​ລິ​ກາ​ລາ​ຕິນ​, ​ແລະ​ກ່າວ​ເນັ້ນວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປອກຕຸຍ​ການ, ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຈີນ-​ປະ​ເທດ​ທີ່​ເວົ້າພາສາ​ປອກຕຸຍ​ການ, ບົນ​ພື້ນຖານ​ທີ່​ສະ​ເໜີ​ພາບ​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ລະຫວ່າງ​ສາມ​ຝ່າຍ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ, ສະ​ເຖຍລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ.

    ທ່ານ​​ໂປ​ທັສກ່າວ​ວ່າ, ປອກຕຸຍ​ການ​ຍິນ​ດີ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຈີນ, ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ທະ​ເລ ​ແລະ​ການທ່ອງທ່ຽວ​ເປັນຕົ້ນ.

    ທ່າ​ນສີ​ຈິ້ນຜິ​ງ​ແມ່ນ​ແວ່​ພັກ​ຢູ່​ເກາະ​ເທີ​ເຊຣາຂອງ​ປອກຕຸຍ​ການ​ລະຫວ່າງການ​ເດີນ​ທາງ​ກັບ​ຄືນ​ສູ່​ປະ​ເທດ​ພາຍຫຼັງສິ້ນສຸດ​ການ​ຢ້ຽມຢາມ​ກູ​ບາ​ທາງ​ລັດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ