ກຸ່ມບໍລິສັດ OSI ອາເມລິກາປະ​ກາດ​ຮຽກ​ຄືນ​ຜະ​ລິດ​ຕະ​ພັນ Husi ຊຽງ​ໄຮ ທັງ​ໝົດ​ຈາກ​ຕະ​ຫຼາດ
2014-07-28 13:24:52  cri 
ກຸ່ມບໍລິສັດOSI ອາເມລິກາໄດ້ປະກາດໃນເມື່ອມໍ່ໆມານີ້ວ່າ, ຈະຮຽກຄືນຜະລິດ ຕະພັນທັງໝົດ​ທີ່​ຜະ​ລິດ​ໂດຍບໍລິສັດອາຫານ Husi ຊຽງ​ໄຮ​ຈຳ​ກັດ ທີ່​ເປັນ​ສາຂາບໍລິສັດຂອງ OSI, ແລະດຳເນີນການສືບສວນເຈົ້າໜ້າທີ່ບໍລິຫານລະດັບສູງຄົນປັດຈຸບັນ ແລະ​ອະ​ດີດ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ລະ​ດັບ​ສູງ​ທີ່​ອາດ​ຈະ​ມີ​ການ​ລະ​ເຫຼີງ​ຕໍ່​ໜ້າ​ທີ່. ນອກ​ນີ້, ກຸ່ມ​ບໍ​ລິ ສັດ​ນີ້​ຍັງ​ສົ່ງ​ຄະ​ນະ​ຜູ້​ຄຸ້ມ​ຄອງ​ໃໝ່​ໄປ​ບໍ​ລິ​ສັດ​ຈີນ.

ກຸ່ມບໍລິສັດ OSI ຍັງໃຫ້ຄຳໝັ້ນສັນຍາຈະດຳເນີນການສືບສວນຢ່າງຮອບດ້ານແລະຍຸຕິທຳ​ຕໍ່​ທິມ​ງານ​ຜູ້​ຄຸ້ມ​ຄອງ​ທຸກ​ຂັ້ນ, ແລະ​ສະ​ໜອງ​ຜົນ​ການ​ສືບ​ສວນ​ທີ່​ຈະ​ແຈ້ງ​ແລະ​ຄົບ​ຖ້ວນ​ໃຫ້​ແກ່​ຝ່າຍ​ຕ່າງໆ. ພ້ອມ​ດຽວ​ກັນ​ນັ້ນ, ຈະ​ໃຫ້​ທີມ​ງານ​ຄຸ້ມ​ຄອງ​ທົ່ວ​ໂລກຂອງ​ກຸ່ມບໍ​ລິສັດ OSI ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຈີນ​ແທນ​ທິມ​ງານ​ເກົ່າ​ແລະ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຕາມ​ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ເຂັ້ມ​ງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ