ລົດຍົນ​ຂອງປະຊາ​ຊົນ​ຟີ​ລິບ​ປິນຖືກ​ຫຼອນ​ໂຈມ​ຕີ​ ເຮັດ​ໃຫ້ 16 ຄົນ​ເສຍ​ຊີວິດ
2014-07-28 18:23:31  cri 
​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນກ່າວ​ໃນວັນ​ທີ 28 ກໍລະກົດ​ນີ້ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ອາ​ບູ ຊາ​ຢາຟ໌​ໄດ້​ຫຼອນ​ໂຈມ​ຕີ​ລົດຍົນ​ຂອງປະຊາຊົນຢູ່​ແຂວງ​ຊູ​ລູທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 16 ຄົນ​ເສຍ​ຊີວິດ, 13 ຄົນ​ບາດ​ເຈັບ.

ທ່ານ​ມາ​ຕິນ ປິນ​ໂຕ, ​ເຈົ້າ​ໜ້າ​ທີ່​ກອງ​ບັນຊາ​ການ​ກອງ​ພົນ​ນ້ອຍ​ສູ້​ຮົບ​ທາງບົກທີ 2 ຂອງ​ກອງທັບ​ເຮືອຂອງ​ຟີ​ລິບ​ປິນກ່າວ​ວ່າ, ​ເວລາ 8:30 ຂອງ​ວັນ​ທີ 28 ກໍລະກົດ​ນີ້, ມີ​ປະຊາຊົນ​ປະມານ 50 ຄົນ​ໄດ້ຖືກ​ກຸ່ມ​ປະກອບ​ອາວຸດ​ອາ​ບູ ຊາ​ຢາຟ໌ຫຼອນ​ໂຈມ​ຕີ​ໃນຂະນະ​ທີ່​ເດີນທາງ​​ໄປ​ເຂົ້າຮ່ວມພິທີ​ເລີ່​ມວັນ​ຖື​ສິນ​ອົດ, ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ບາດ​ເຈັບ​ນັ້ນ​ລວມທັງ​ແມ່ຍິງ​ແລະ​ເດັກນ້ອຍ.

ທ່ານ​ມາ​ຕິນ ປິນ​ໂຕ​ກ່າວ​ວ່າ, ຍັງ​ບໍ່​ຮູ້ຈຸດປະສົງ​ຂອງ​ການ​ຫຼອນ​ໂຈມ​ຕີ​ໃນ​ຄັ້ງ​ນີ້​ຢ່າງຈະ​ແຈ້ງ​ເທື່ອ, ນາຍ​ແລະ​ພົນທະຫານ​ຂອງ​ຟີ​ລິບ​ປິນພວມ​ຕິດຕາມ​ສືບສວນ​ຜູ້​ປະກອບ​ອາວຸດ​ທີ່​ຖືກ​ສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳ​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ