ກ່ອນປີເກີດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ, ທ່ານເຮອິນສ ຟີເຊີນ, ປະທານາທິບໍດີໂອຕຼິສກ່າວໃນພິທີເປີດງານສີລະປະຊານສເບີປີ 2014 ໃນວັນທີ 27 ກໍລະກົດນີ້ວ່າ, ຄວນຖອດຖອນບົດຮຽນຈາກປະຫວັດສາດ, ກຳລັງອາວຸດບໍ່ສາມາດາແກ້ໄຂບັນຫາໄດ້, ແຕ່ວ່າບາດກ້າວທີ່ມວນມະນຸດຍາດແຍ່ງສັນຕິພາບແມ່ນບໍ່ຢຸດເຊົາ.
ໃນປີ 1914 , ອົງມົງກຸດລາຊະກຸມານຂອງຈັກກະພັດໂອຕຼິສ-ຮົງກາຣີຖືກລອບປົງພະຊົມດ້ວຍອາວຸດ, ຈັກກະພັດໂອຕຼິສ-ຮົງກາຣີໄດ້ປະກາດສົງຄາມຕໍ່ແຊັກບີໃນວັນທີ 28 ກໍລະກົດປີ 1914, ເຊິ່ງໄດ້ເຮັດໃຫ້ສົງຄາມໂລກຄັ້ງທີ 1 ໃນປະຫວັດສາດຂອງມວນມະນຸດເກີດຂຶ້ນ, ເຮັດໃຫ້ທົ່ວທະວີບເອີຣົບມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ທ່ານເຫັນວ່າ, ສັນຕິພາບຈະບໍ່ມາດ້ວຍຕົນເອງ, ແຕ່ຕ້ອງການຄົນເຮົາຍາດແຍ່ງຢ່າງຕໍ່ເນື່ອງ.