ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຈີນ​ມຽນມາ​ໄດ້​ສົ່ງ​ອາ​ແກັສທຳ​ມະ​ຊາດ​ເຂົ້າ​ສູ່​ຈີນທັງ​ໝົດ 1.870.000.000 ​ແມັດ​ກ້ອນ
2014-07-28 18:27:26  cri 
ຕາມ​ຂ່າວCRI: ວັນ​ທີ 28 ກໍລະກົດ​ນີ້, ກຸ່ມ​ບໍລິສັດ​ນ້ຳ​ມັນ​ເຊື້ອ​ໄຟ​ອາຍ​ແກັສທຳ​ມະ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຈີນ​ມຽນມາຕອນ​ມຽນມາ​ໄດ້​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ດ້ວຍ​ຄວາມປອດ​ໄພ​ເປັ​ນ​ເວລາ 1 ປີ, ​ໄດ້​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ເຂົ້າສູ່​ຈີນທັງ​ໝົດ 1.870.000.000 ​ແມັດ​ກ້ອນ​ນັບ​ລວມ​ແລ້ວ.

ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຈີນ​ມຽນມາ​ຕົ້ນຕໍ​ມີ​ຄວາມ​ຍາວ​ທັງ​ໝົດ 2520 ກິ​ໂລ​ແມັດ, ຕອນຢູ່​ມຽນມາ​ມີ​ຄວາມ​ຍາວ 793 ກິ​ໂລ​ແມັດ, ຕອນ​ຢູ່​ຈີນ​ມີ​ຄວາມ​ຍາວ 1727 ກິ​ໂລ​ແມັດ. ​ໃນ​ວັນ​ທີ 28 ກໍລະກົດ​ປີ​ກາຍ​ນີ້, ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດ​ຈີນ​ມຽນມາ​​​ເລີ່​ມສົ່ງ​ອາຍ​​ແກັສທຳ​ມະ​ຊາ​ດເຂົ້າ​ສູ່​ຈີນ, ອາຍ​ແກັສທຳ​ມະ​ຊາດ​ຂອງ​ມຽນມາ​​ໄດ້​ສົ່ງ​ແກັສຈາກ​ສະຖານີ​ນ້ຳຄຳເຂົ້າ​ສູ່​ສະຖານີ​ລຸຍ​ລີ້ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ