ທ່ານ​ຈີ​ຈິ້ນ​ຜິ​ງຈະ​ເຂົ້າ​ຮ່ວມພິທີໄຂງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງ​ທີ 2
2014-08-11 19:11:41  cri 
ວັນ​ທີ 11 ສິງຫາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງ​ທີ 2 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່​ຂອງ​ຈີນ​ໃນ​ວັນ​ທີ 16 ສິງຫາ​ນີ້.

ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານ​ເປຍ​ເຣ ​ເອັນຄູຣຸນຊິນຈາ, ປະທານາທິບໍດີ​ບູຣູນດີ, ທ່ານ​ເອ​ເປ​ລີ ​ໄນ​ລາຕີ​ຄາວ, ປະທານາທິບໍດີ​ຟີ​ຈີ, ທ່ານ​ອັບ​ດູ​ເອວລາ​ຮ໌ ຢາ​ມີນ, ປະທານາທິບໍດີ​ມານ​ດິຟ, ທ່ານ​ຟີ​ລິບ ວູຈາ​ໂນ​ວິກ, ປະທານາທິບໍດີ​ມົງ​ເຕ​ເນ​ໂກຼ, ທ່ານ​ໂທ​ນີ ຕານ​ແຄງຢານ, ປະທານາທິບໍດີ​ສິງກະ​ໂປ, ທ່ານ​​​ໂຈ ນາ​ຕູ​ມານ, ນາຍົກລັດຖະມົນຕີວານູອາຕູ​​ ​ແລະ ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ