ນານ​ກິ່ງ​ຂອງ​ຈີນ​ຈະ​ຈັດ​ໃຫ້​ມີ​ກິດຈະກຳ​ວັດທະນະທຳ​ແລະ​ການສຶກສາ 70 ກວ່າ​ປະການ​ໃນ​ໄລຍະ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ
2014-08-12 13:17:19  cri 
ວັນ​ທີ 11 ສິງຫາ​ນີ້, ຄະນະ​ກຳມະການ​ຈັດ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ​ແຈ້ງ​ໃຫ້​ຊາບ​ວ່າ, ​ໃນ​ໄລຍະ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຄັ້ງ​ທີ 2 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ​ໃນ​ເດືອນ​ສິງຫາ​ນີ້, ຈະ​ຈັດ​ໃຫ້​ມີ​ກິດຈະກຳ​ວັດທະນະທຳ​​ແລະ​ການ​ສຶກສາ 77 ປະການ​ເພື່ອ​ໃຫ້​ຊາວ​ໜຸ່ມ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​​ໄດ້ສຳ​ຜັດ​ກັບ​ວັດທະນະທຳ​ທີ່​ອຸດົມສົມບູນຮ່ວມ​ກັນ.

ເມື່ອ​ທຽບ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ງານ​ມະຫາ​ກຳກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ກິດຈະກຳ​ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ, ຮຽກຮ້ອງ​ໃຫ້​ນັກ​ກິລາ​ເຂົ້າ​ຮ່ວມ​ກິດຈະກຳ​ວັ​ດທະນະ​ທຳ​ການ​ສຶກາ​ປະ​ເພດ​ຕ່າງໆ​ແຕ່​ຕົ້ນ​ຈົນ​ຈົບ​ແລະພາຍຫຼັງ​ສຳ​ເລັດ​ການ​ແຂ່ງຂັນ​ແລ້ວ​ກໍ​ບໍ່​ຄວນ​ລາ​ໄປ ​. ນອກ​ນີ້, ຄະນະ​ກຳມະການ​ຈັດ​ງານ​ມະຫາ​ກຳ​ກິລາ​ຊາວ​ໜຸ່ມ​ຍັງ​ຈະ​ຈັດ​ກິດຈະກຳ​ການ​ສອນຄວາມ​ຮູ້​ພື້ນຖານ​ດ້ານ​ກິລາ​ຕ່າງໆ​ເພື່ອ​ໃຫ້​ຊາວ​ໜຸ່ມ​ມ່ວນ​ຊື່ນ​ກັບ​ວັດທະນະທຳ​ກິລາ​ໃຫ້​ຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ