ສໍາ​ເລັດ​ການ​ສົ່ງ​ທວນ​ໄຟຕໍ່​ກັນຂອງງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມໜານ​ກິ່ງ​
2014-08-13 10:55:40  cri 

ວັນ​ທີ 12 ສິງຫາ​ນີ້, ​ໄດ້​ດໍາ​ເນີນ​ການ​ສົ່ງ​ທວນ​ໄຟຕໍ່​ກັນ​ຂອງງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມໜານ​ກິ່ງຢູ່​ເຂດ​ປິ່ນ​ຈ່ຽງ ນະຄອນ​ໜານ​ກິ່ງ​ຂອງ​ຈີນ, ຜ່ານ​ການ​ສົ່ງທວນ​ໄຟຕໍ່​ກັນ​​ໃນ​ວັນ​ທີ 8 ​ແລະ​ວັນ​ທີ 12 ສິງຫາ​ນີ້, ການ​ສົ່ງ​ທວນ​ໄຟຕໍ່​ກັນຂອງງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ໄດ້​ສິ້ນສຸດ​ລົງ​. ຫຼັງ​ຈາກ​ໄດ້​ເກັບ​ເຊື້ອ​ໄຟ​ຄືນ​ແລ້ວ, ຈະ​ຈູດ​ໄຟ​ສັກສິດ​ໃນ​​ເວລາ​ຈັດ​ພິທີ​ເປີດງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ໃນ​ວັນ​ທີ 16 ສິງຫາ​ນີ້.

ທ່ານ​ຢາງ​ເວີ້​ຍ​ຈື, ປະທານ​ບໍລິຫານ​ງານ​ຄະນະ​ກໍາມະການ​ຈັດ​ຕັ້ງງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມໜານ​ກິ່ງ​ ​ເລຂາ​ຄະນະ​ພັກ​ນະຄອນ​ໜານ​ກິ່ງ​ກ່າວ​ວ່າ, ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມໜານ​ກິ່ງຈະ​ຈັດ​ຂຶ້ນ​ພາຍຫຼັງ 4 ມື້, ນະຄອນ​ໜານ​ກິ່ງ​ຈະ​ສາມາດຈັດງານ​ມະຫາ​ກຳ​ດ້ານ​ກິລາ, ງານ​ມະຫາ​ກໍາ​ດ້ານ​ວັດທະນະ​ທໍາ​ ​ແລະ​ງານ​ມະຫາ​ກໍາ​ຂອງ​ຊາວ​ໜຸ່ມ​ທີ່​ຈົບງາມ​ ​ແລະ​ລືມ​ຍາກ.

ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ແມ່ນ​ລິ​ເລີ່​ມ​ໂດຍ​ທ່ານ​ຢາກ​ຄ໌ ​ໂກ​ເກີ, ອະດີດ​ປະທານ​ຄະນະ​ກໍາມະການ​ໂອ​ລິ​ມປິກ​ສາກົນ ​ເຊິ່ງມີ​ຈຸດປະສົງ​ເພື່ອ​​ແຜ່​ຂະຫຍາ​ຍ​ອິດ​ມິ​ພົນ​ຂອງ​ຈິດ​ໃຈ​ໂອ​ລິ​ມປິກ​ຢູ່​ຊາວ​ໜຸ່ມ, ນັກ​ກິລາ​ທີ່​ເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມມີ​ອາຍຸ 15 ຫາ 18 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ