ບ້ານ​​ໂອ​ລິ​ມປິກ​ຊາວ​ໜຸ່ມ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ
2014-08-13 15:35:53  cri 
ວັນ​ທີ 12 ສິງ​ຫາ​ນີ້, ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຂອງ​ງານ​ມະຫ​າກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ, ທ່ານ​ເກຍ​ເປີດ ​ເຟລິ, ຫົວໜ້າບໍລິຫານງານ​ໂອ​ລິມປິກ​ຂອງ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ໄດ້​ອ່ານ​ຄຳ​ອວຍພອນ​ຂອງ​ທ່ານ​ໂທ​ມັສ ບາສ໌, ປະ​ທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ. ​ເລີ່​ມ​​ແຕ່ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ເປີດ​ບໍລິການ​ລ່ວງ​ໜ້າ​ໃນ​ວັນ​ທີ 10 ສິງຫາ​ມາ​ຮອດ​ຕອນ​ຂ້ອນ​ແຈ້ງ​ຂອງວັນ​ທີ 12 ສິງຫາ​ນີ້, ລວມມີ​ນັກ​ກິລາ 405 ຄົນ​ຂອງ​ 74 ຄະນະ​ຜູ້​ແທນ​ແລະ​ເຈົ້າ​ໜ້າ​ທີ່​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ 12 ທ່ານ​ເຂົ້າ​ປະຈຳ, ຄາດ​ວ່າ​ຍັງ​ຈະ​ມີ 2300 ກວ່າຄົນ​ເຂົ້າ​ປະຈຳ​ໃນ​ວັນ​ທີ 12 ສິງຫາ​ນີ້.

​ໃນ​ໄລ​ຍະ​ຈັດ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ເທື່ອ​ນີ້, ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຈະ​ຕ້ອນຮັບ​ນັກ​ກິລາ 3786 ຄົນ​ທີ່​ມາ​ຈາກ​ 204 ຄະນະ​ຜູ້​ແທນ​ແລະ​ນັກ​ກິລາ​ທີ່ມາ​ໃນ​ນາມສ່ວນ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ