ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເດີນທາງ​ໄປ​ເຖິງ​ນະ​ຄອນ​ນານ​ກິ່ງ​ຂອງ​ຈີນ​​ໂດຍ​ຈະ​​ເຂົ້າຊົມງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມຕະຫຼອດ​ໄລຍະຂອງ​ການຈັດ​ງານ
2014-08-14 14:01:32  cri 
ວັນ​ທີ 13 ສິງຫາ​ນີ້, ທ່ານ​ໂທ​ມັສ ບາຣ໌ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ນານ​ກິ່ງ​ຂອງ​ຈີນ​ດ້ວຍ​ເຮືອ​ບິນ,​ເພື່ອ​ຈະ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລ​າ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງ​ທີ​ສອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ສິງຫາ​ນີ້​ຢູ່​ນະຄອນ​ນານ​ກິ່ງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ບາຣ໌ ກ່າວ​ວ່າ, ​ເວທີ​ຂອງ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ໄດ້​ສ້າງ​ຂຶ້ນຮຽບຮ້ອຍ​ແລ້ວ, ຫວັງ​ວ່າ​ນັກ​ກິລາ​ຊາວ​ໜຸ່ມ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ​ຈະ​ສາມາດ​ຜູກ​ມິດ​ໃຫ້​ມີ​ໝູ່​ເພື່ອນ​ຢ່າງ​ຫຼວງ​ຫຼາຍ​ຢູ່​ນານ​ກິ່ງ​ແລະ​ປະກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​​ເຜີຍ​ແຜ່​ຈິດ​ໃຈ​ໂອ​ລິ​ມປິກ.

ຕາມ​ໄດ້​ຊາບ​ວ່າ, ທ່ານ​ບາຣ໌ຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຊາວ​ໜຸ່ມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ສິງ​ຫາ​ນີ້​ຢູ່​ສະ​ໜາມ​ກິ​ລາ​ສູນ​ໂອ​ລິມ​ປິກ​ນານ​ກິ່ງ ​ແລະ​ຈະ​ເຂົ້າ​ຊົມ​ງານ​ມະ​ຫາ​ກຳ​ກິລາ​​ໂອ​ລິມ​ປິກ​ຊາວ​ໜຸ່ມ​ຕະ​ຫຼອດ​ໄລ​ຍະ​ການ​ຈັດ​ງານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ