ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈະ​ມີນັກ​ກິລາ 134 ຄົນ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ
2014-08-15 15:40:18  cri 
ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມນານ​ກິ່ງ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​​ໃນ​ຕອນ​ຄ່ຳຂອງ​ວັນ​ທີ 16 ສິງຫາ​ນີ້ ຢູ່​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ​ຂອງ​ຈີນ. ນັກ​ກິລາປະມານ 3800 ຄົນ​ທີ່​ມາ​ຈາກ 204 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນກິລາ 28 ປະ​ເພດ​ໃຫຍ່​ລວມ​ທັງ​ໝົດ 222 ປະ​ເພດ​ນ້ອຍ. ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ໃນ​ຄັ້ງ​ນີ້​ຈະ​ມີ​ນັກ​ກິລາທີ່​ມາ​ຈາກ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽ​ງ​ໃຕ້ 134 ຄົນ​ເຂົ້າ​ຮ່ວມ ​ເຊິ່ງ​ໃນ​ນັ້ນ, ຫວຽດນາມ 13 ຄົນ, ລາ​ວ 2 ຄົນ, ກຳປູ​ເຈຍ 3 ຄົນ, ​ໄທ 37 ຄົນ, ມຽນມາ 4 ຄົນ, ອິນ​ໂດ​ເນ​ເຊຍ 27​ຄົນ, ສິງກະ​ໂປ 18 ຄົນ, ມາ​ເລ​ເຊຍ 20 ຄົນ, ຟີ​ລິບປິນ 7 ຄົນ ​ແລະ​ບຣູ​ໄນ 3 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ