ງານ​ມະຫະກຳ​ກິລາ​​ໂອ​ລິ​ມປິກຊາວ​ໜຸ່ມ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່​ຂອງ​ຈີນ​ໃນ​ວັນ​ທີ 16 ສິງຫາ​ນີ້
2014-08-15 15:11:25  cri 
ງານ​ມະຫະກຳ​ກິລາ​​ໂອ​ລິ​ມປິກຊາວ​ໜຸ່ມ​ຄັ້ງ​ທີ 2 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ແຂວງ​ຈ່ຽງຊູ່​ຂອງ​ຈີນ​ໃນ​ຕອນ​ຄ່ຳວັນ​ທີ 16 ສິງຫາ​ນີ້. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານ​ໂທ​ມາສ໌ ບາ​ຊີ, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ທ່ານ​ໂທ​ນີ ຕາ​ແຄງຢານ, ປະທານາທິບໍດີ​ສິງກະ​ໂປ​ແລະ​ທ່ານ​ອື່ນ​ໆຈະ​​ເຂົ້າ​ຮ່ວມ​ພິທີ​ໄຂ.

ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຄັ້ງ​ທີ 2 ທີ່​ນະຄອນ​ນານ​ກິ່ງ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 28 ສິງຫາ​ນີ້. ນັກ​ກິລາ​ທີ່​ມາ​ຈາກ​ 204 ປະ​ເທດ​ແລະ​ເຂດ​​ແຄວ້ນ​​ຂອງ​ໂລກ 3.800 ກວ່າ​ຄົນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້. ໄດ້ກຳນົດອາຍຸຂອງນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນໃຫ້​ຢູ່​ໃນລະຫວ່າງ 15 ຫາ 18 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ