ປະທານ​ປະ​ເທດ​ຈີນ​ພົບ​ປະ​ປະທານາທິບໍດີ​ສິງກະ​ໂປ
2014-08-16 15:39:21  cri 
ຕອນ​ເຊົ້າ​ວັນ​ທີ 16 ສິງຫາ​ນີ້, ຢູ່​ນະຄອນ​ນານ​ກິ່ງ, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ທ່ານ​ຕັນ​ເຄງ​ຢຳ ປະທານາທິບໍດີ​ສິງກະ​ໂປ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ທ່ານ​ຕັນ​ເຄງ​ຢຳ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ງານ​ມະຫະກຳ​ກິ​ລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ​ເປັນ​​ສະ​ເພາະ. ທ່ານ​ຕັນ​ເຄງ​ຢຳ​ກ່າວ​ວ່າ, ​ເຊື່ອ​ວ່າ ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ຈີນ, ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກຊາວ​ໜຸ່ມ​ນານ​ກິ່ງ​ຍອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ກັບ​ອາ​ຊຽນ, ຖື​ອາ​ຊຽນ​ເປັນ​ທິດ​ພັດທະນາ​ບູລິ​ມະ​ສິດ​ໃນນະ​ໂຍບາຍການ​ຕ່າງປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ, ສະໜັບສະໜູນ​ໃຫ້​ອາ​ຊຽນ​ເຕີບ​ໃຫຍ່​ຂະຫຍາຍຕົວ, ສະໜັບສະໜູນ​ການ​ສ້າງສາ​ປະຊາ​ຄົມ​ອາ​ຊຽນ, ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ. ຫວັງ​ໃຫ້​ສິງ​ກະ​ໂປ​ເສີ​ມຂະຫຍາຍ​ບົດບາດ​ສ້າງສາ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຈີນ-ອາ​ຊຽນ.

ທ່ານ​ຕັນ​ເຄງ​ຢຳ​ກ່າວ​ວ່າ, ສິງກະ​ໂປ​ຍິນ​ດີ​ສືບ​ຕໍ່​ຕັ້ງໜ້າ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ, ​ເພື່ອ​ມີ​ການ​ປະກອບສ່ວນ​ຫຼາຍກວ່າ​ເກົ່າ​​ໃນ​ການ​ຊຸກຍູ້​ສັນຕິພາບ, ສະ​​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ