ງານ​ມະຫະກຳ​ກິ​ໂລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ໃນ​ວັນ​ທີ 16 ສິງຫາ
2014-08-16 22:11:23  cri 

ຕອນ​ຄ່ຳ​ວັນ​ທີ 16 ສິງຫາ​ນີ້, ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ ​ເທະສະ​ບານ​ແຂວງ​ຈ່ຽງຊູ່​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ ​ແລະ​ປະາດ​ໄຂ​ງານ​ມະຫະກຳ​ກິລາ​ຢ່າງ​ເປັນ​ທາງ​ການ.

ນັກ​ກິລາ 3700 ກວ່າ​ຄົນ​ທີ່​ມາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​​ໃນ​ໂລກ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ 222 ລາຍການ​ນ້ອຍ​ຂອງ 28 ລາຍການ​ໃຫຍ່ ພາຍ​ໃນ​ເວລາ 12 ວັນ​ຕໍ່​ໄປ​ນີ້, ພ້ອມ​ກັນ​ນັ້ນ ຍັງ​ສາມາດ​ເຂົ້າ​ຮ່ວມ​ກິດຈະກຳ​ວັດທະນະທຳ​ແລະ​ການ​ສຶກສາ​ທີ່​ອຸດົມສົມບູນ.

ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ຫວັງ​ຢາກ​ໃຫ້​ງານ​ມະຫະກຳ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ສາມາດ​ເຮັດ​ໃຫ້​ຊາ​ວໜຸ່ມ​ທົ່ວ​ໂລກ​ລ້ວນ​ແຕ່​ສາມາດ​ຫຼິ້ນ​ກິລາ​ຢ່າງ​ຫ້າວຫັນ, ​ແລະ​ສົ່ງ​ເສີ​ມ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ແລະ​ດຳລົງ​ຊີວິດ​ຕາມ​ທັດສະນະ​ຄຸນຄ່າ​ໂອ​ລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ