ນັກ​ກິລາ​ຂອງອຽກລັງສະ​ແດງຄວາມ​ຍ້ອງຍໍ​ຕໍ່​ສະພາບ​ແວດ​ລ້ອມ​ດ້ານ​ການ​ດຳລົງ​ຊີວິດ​ຢູ່​ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມຂອງ​ຈີນ
2014-08-18 15:32:49  cri 
ການ​ບໍລິການພະລາທິການ​ທີ່ສຸຂຸມ​ຮອບ​ຄອບ, ອາຫານ​ຂອງ​ປະ​ເທດ​ຕ່າງໆ​ບວກ​ກັບ​ກິດຈະກຳ​ແລ​ກປ່ຽນ​ຊະນິດ​ຕ່າງໆ, ​ເຮັດ​ໃຫ້​ນັກ​ກິລາ​ແລະ​ຜູ້​ແທນເຈົ້າ​ໜ້າ​ທີ່ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ໂລກ​ຮູ້ສຶກ​ວ່າ​ຊີວິດ​ການ​ເປັນ​ຢູ່​ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຂອງ​ຈີນ​ອຸດົມສົມບູນ​ຫຼາຍ. ນາງ​ໂອ​ລີ​ເວ​ຍ ​ເມີ​ຮາຟ໌​ເຟ, ນັກ​ກິລາ​ພ້ອມ​ດ້ວຍທ່ານ​ເດ​ວິດ ​ເຄວ​ເນ, ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງຂອງ​ຄະນະ​ອຽກລັງ​​ບອກ​ໃຫ້​ນັກ​ຂ່າວ​ຮູ້​ວ່າ: "​​ພວກ​ເຮົາ​ມາ​ຈີນ​​ເທື່ອ​ນີ້​ເປັນເທື່ອ​ທຳ​ອິດ. ນັບ​ແຕ່ມື້​ພິທີ​ໄຂ​ເປັນ​ຕົ້ນ​ມາ, ພວກ​ເຮົາ​ກໍ່​ໄດ້ສຳຜັດ​ແລະ​ຮູ້​ເຫັນ​ເຖິງ​ມິດຕະພາບຂອງ​ຈີນ, ການ​ກິນ​ຢູ່​ແລະ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ​ຢູ່​ໃນ​ບ້ານນັກ​ກິລາ​ດີ​ຫຼາຍ, ກໍ່​​ໄດ້​ມີ​ການ​ຈັດ​ກິດ​ຈະ​ກຳ​ແລກປ່ຽນ​ຕ່າງໆ​ໃຫ້​ແກ່​ພວກ​ເຮົາ, ພວກ​ເຮົາ​ຮູ້ສຶກດີ​ໃຈ​ຫຼາຍ​ທີ່​ໄດ້​ແລກປ່ຽນ​ກັນ​ແລະ​ຊົມ​ໃຊ້​ຊີວິດ​ການ​ເປັນ​ຢູ່​ທີ່​ອຸດົມສົມບູນ​ຢູ່​ທີ່​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ