ນັກ​ກິລາ​​ເຕັກກວນ​ໂດ​ຂອງ​ໄທ​ໄດ້​ຮັບ​ຫຼຽນຄໍາຫຼຽນ​ທໍາ​ອິດ​​ໃຫ້​ແກ່​ທີ​ມກິລາ​ໄທ​ໃນ​ງານ​ມະຫາ​ກໍາ​ກິ​ລາ​ໂອ​ລີ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ
2014-08-18 15:14:43  cri 

ງານ​​ມະ​ຫາ​ກໍາ​ກິລາ​​ໂອ​ລີ​ມປິກຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງ​ທີ 2 ​ປີ 2014 ​ກໍາລັງ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ກິ່ງ​ຂອງ​ຈີນ, ວັນ​ທີ 17 ສິງຫາ​ນີ້, ການ​ແຂ່ງຂັນ​ກິລາເຕັກກວນ​ໂດ ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ນານ​ກິ່ງ, ນາງ​ສາວ​ພາ​ນິພັກ ວົງ​ພັດທະນາ​ກິດ, ນັກ​ກິລາ​ທີ່​ມາ​ຈາກ​ໄທ​ໄດ້​ເອົາ​ຊະນະ​ນັກ​ກິລາ​ທີ່​ມາ​ຈາກ​ອາ​ເຊັກ​ໄບຊັງ ​ແລະ​ໄດ້ແຊ​ມປຽນ​ຂອງ​ການ​ແຂ່ງຂັນ​ກິລາ​ເຕກວນ​ໂດ​ຍິງ​ລະດັບ 44 ກິ​ໂລລົງ​ລຸ່ມ, ນີ້​ແມ່ນ​ຫຼຽນ​ຄໍາຫຼຽນ​ທໍາ​ອິດ​ຂອງ​ການ​ແຂ່ງ​ຂັນ​ກິລາ​ເຕັກກວນ​ໂດ​ໃນ​ງານ​​ມະ​ຫາ​ກໍາ​ກິລາ​ຄັ້ງ​ນີ້ ທັງ​ເປັນຫຼຽນ​ຄໍາ​ຫຼຽນທໍາ​ອິດ​ທີ່​ທີ​ມກິລາ​ໄທ​ໄດ້​ຮັບ​ໃນ​ງານ​ມະຫາ​ກໍາ​ກິລາ​ຄັ້ງ​ນີ້.

ນາງ​ສາວ​ພາ​ນິພັກ ວົງ​ພັດທະນາ​ກິດ​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວພາຍຫຼັງການ​ແຂ່ງຂັນ​ວ່າ, ນີ້​ແມ່ນຫຼຽນ​ຄໍາຫຼຽນ​ທໍາ​ອິດ​ທີ່​ທີ​ມກິລາ​ໄທ​ໄດ້​ຮັບ​ໃນ​ງານ​ມະຫາ​ກໍາ​ກິລາ ໂອ​ລີ​ມປິກ​ຊາວ​ໜຸ່ມຄັ້ງ​ນີ້, ນອກຈາກຕ້ອງ​ຂອບ​ໃຈ​ຄູ​ຝຶກ​ແລ້ວ, ຍັງ​ຕ້ອງ​ຂອບ​ໃຈຜູ້ຊົມທຸກໆທ່ານທີ່ໄດ້ໃຫ້ກໍາລັງໃຈແກ່ຕົນເອງ ເພາະວ່າມີຜູ້ຊົມຫຼາຍຄົນຂອງໄທແລະຈີນ​ໄດ້​ໃຫ້​ກໍາລັງ​ໃຈ​ແກ່​ຕົນ​ເອງ​ໃນຂະນະ​ທີ່​ແຂ່ງຂັນ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ