ນັກ​ກິລາ​ຂອງ​ຫວຽດນາມ​ໄດ້ຮັບ​ຄວາມຊື່ນ​ຊົ​ມຈາກ​ຄູ່​ຕໍ່ສູ້​ຍ້ອນ​ໄດ້​ແຂ່ງຂັນ​ຢ່າງ​ບາກ​ບັ່ນ
2014-08-18 15:38:20  cri 

ວັນ​ທີ 17 ສິງຫາ​ນີ້​ເປັນ​ມື້​ທໍາ​ອິດ​ຂອງ​ງານ​ມະຫາ​ກໍາ​ກິລາ​ໂອ​ລີ​ມ​ປິກ​ຊາວ​ໜຸ່ມ​ນານ​ກິ່ງ, ​ໃນ​ການ​ແຂ່ງ​ຂັນ​ກິລາເຕັກກວນ​ໂດຮຸ້ນ​ນໍ້າໜັກ​ບໍ່​ເກີນ 44 ກິ​ໂລ​, ນາງຫງວຽນທິທູ​ທຸຍ, ນັກ​ກິລາ​ທີ່​ເຄີຍ​ໄດ້​​ແຊມ​ປຽນ​ຂອງ​ການ​ແຂ່ງ​ຂັນເຕກວນ​ໂດທົ່ວ​ປະ​ເທດ​ຫວຽດນາມ ​ເຖິງ​ວ່າ​ບໍ່ສາມາດ​ເອົາ​ຊະນະ​ຄູ່​ຕໍ່​ສູ້​ໄດ້​ກໍ​ຕາມ, ​ແຕ່​ການ​ປະ​ພຶດທີ່​ມີ​ມານະບາກ​ບັ່ນ​ຂອງ​ນາງຫງວຽນທິທູ​ທຸຍ ​ໄດ້​ຮັບ​ຄວາມ​ຊື່ນ​ຊົມ​ຈາກ​ຜູ້​ຊົມ​ແລະ​ຄູ່​ແຂ່ງຂັນ. ນາງ Giuliana Federici, ນັກ​ກິລາເຕັກກວນ​ໂດທີ່​ມາ​ຈາກ​ເຢຍລະ​ມັນ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ການ​ປະພຶດ​ຂອງ​ນາງຫງວຽນທິທູ​ທຸຍ, ນາງ Giuliana Federici ກ່າວ​ວ່າ, ​ເຖິງ​ວ່າ​ຂ້ອຍ​ກັບ​ລາວ​ຍັງ​ບໍ່​ທັນ​ໄດ້​ຮູ້ຈັກ​ກັນ, ​ແຕ່​ຫຼັງ​ຈາກ​ໄດ້​​ເຫັນ​ການ​ແຂ່ງຂັນ​ຂອງ​ລາວ​ແລ້ວ ຮູ້ສຶກ​ວ່າ​ລາວມີ​ຄວາມ​ພະຍາຍາມສູງ​ຫຼາຍ, ​ເຊື່ອ​ວ່າໃນ​ອະນາຄົດລາວ​ຈະ​ປະສົບ​ຄວາມ​ສໍາ​ເລັດ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ