ນັກ​ກິລາ​ຫວຽດນາມ​ກ່າ​ວວ່າ: ຂ້ອຍໄດ້​ບັນລຸ​ເປົ້າ​ໝາຍ​ແລ້ວ, ​ແລະບໍ່ຮູ້ສຶກ​ເສຍດາຍ​​ແລ້ວ
2014-08-19 17:07:10  cri 


​ໃນ​ຈຳນວນ​ນັກ​ກິລາ 13 ຄົນ​ທີ່​ຫວຽດນາມ​ສົ່ງ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນທີ່​ນານ​ກິ່ງ​ຂອງ​ຈີນ, ທ້າວ​ເຈິ​ນ​ດຸ​ຍຄອຍ, ນັກ​ກິລາ​ລອຍ​ນ້ຳຂອງ​ຫວຽດນາມ, ໄດ້​ມີ​ຄວາ​ມສາມາດພົ້ນ​ເດັ່ນ​ໃນ​ດ້ານ​ການ​ລອຍ​ນ້ຳ, ​​ແລະ​ຍັງ​​ເປັນ​ນັກ​ກິລາ​ທີ່​ມີ​ອາຍຸພຽງ 17 ປີ​ເທົ່າ​ນັ້ນ. ​ໃນ​ການ​ແຂ່ງຂັນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ສິງຫາ​ນີ້, ລາວໄດ້​​ເຂົ້າ​ແຂ່ງຂັນ​ລອຍ​ນ້ຳທ່າ​ເສລີ 200 ​ແມັດ​ຊາຍ​ຮອບ​ຊີງ​ຊະນະ​ເລີດຕາມຄວາມ​ມຸ່ງຫວັງ​ຂອງ​ຕົນ, ​ເຖິງ​ແມ່ນ​ວ່າ​ບໍ່​ສາມາດ​ຍາດ​ໄດ້ອັນ​ດັບ​ທີ່​ດີ​ທີ່​ສຸດ​ກໍ່ຕາມ, ​ແຕ່​ລາວ​ບໍ່​ໄດ້​ທໍ້ຖອຍ​ໃຈ​, ລາວ​ເວົ້າ​ວ່າ: "​ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້​ຂ້ອຍ​ໄດ້​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​ແລ້ວ, ບໍ່​ຮູ້ສຶກ​ເສຍດາຍ​ແລ້ວ! ຫວັງ​ວ່າ​ໃນ​ການ​​ແຂ່ງຂັນ​ຄັ້ງ​ຕໍ່​ໄປຂ້ອຍຈະ​ສາມາດ​​ເຮັດ​ໄດ້​ດີກ​ວ່າ​ໃນ​ຄັ້ງ​ນີ້."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ