ນັກ​ກິລາ​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມ​ກິດຈະກຳ​ແລກປ່ຽນ​ວັດທະນະທຳຢູ່​ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ
2014-08-20 15:32:45  cri 

ບ້ານວັດທະນະທຳໂລກຢູ່ໃນບ້ານໂອລິມປິກຊາວໜຸ່ມ

ຕາມ​ຂ່າວ CRI ລາຍ​ງານ​ວ່າ, ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ແມ່ນ​ລິ​ເລີ່​ມສ້າງ​ຕັ້ງ​ຂຶ້ນ​ໂດຍ​ທ່ານ​ຊັກ​ເກ​ວ ​ໂຣ​ເກ ອະດີດ​ປະທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ, ​​ເຊິ່ງມີ​ຈຸດປະສົງ​ເພື່ອ​​ເປີດ​ກວ້າງ​ອິດທິພົນ​ຂອງ​ຈິດ​ໃຈ​ໂອ​ລິ​ມປິກ​ຢູ່​ໃນ​ໝູ່​ຊາວ​ໜຸ່ມ. ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມີ​ອາຍຸ​ລະຫວ່າງ 15 ຫາ 18 ປີ. ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວັງ​ວ່າ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ຈະ​ສາມາດ​ຊຸກ​ຍູ້​ຊາວ​ໜຸ່ມ​​ແລກ​ປ່ຽນ​ກັນ​ໃນ​ດ້ານ​ກິລາ​ແລະ​ການ​ສຶກສາ, ​ເຮັດ​ໃຫ້​ຈິດ​ໃຈ​ໂອ​ລິ​ມປິກ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢູ່​ໃນ​ໝູ່​ຊາວ​ໜຸ່ມ​ເຍົາວະ​ຊົນ. ດ້ວຍ​ເຫດ​ນີ້, ມັນ​ຕ່າງ​ກັນ​ກັບ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມ​ປິກ, ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​​ໄດ້​ຮຽກຮ້ອງ​ໃຫ້​ນັກ​ກິລາ​ນອກຈາກ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລ້ວ, ຍັງ​ຕ້ອງ​ເຂົ້າ​ຮ່ວມ​ກິດຈະກຳ​ວັດທະນະທຳ​ແລະ​ການ​ສຶກສາ​ປະ​ເພດ​ຕ່າງໆ​ໃນ​ຕະຫຼອດ​ໄລຍະ​ຈັດ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມ ປິກ​ຊາວ​ໜຸ່ມ.

ຢູ່​ໃນ​ບ້ານ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານ​ກິ່ງ​ມີ​ບ້ານ​ວັດທະນະທຳ​ໂລກ​ແຫ່ງ​ໜຶ່ງ, ຢູ່​​ແຫ່ງ​ນັ້ນ, ບໍ່​ພຽງ​ແຕ່​ຈະ​ສາມາດ​ສຳ​ຜັດ​ກັບ​ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ​ເທົ່າ​ນັ້ນ, ຍັງ​ສາມາດ​ຮ່ວມ​ກັບ​ນັກ​ກິລາ​ຊາວ​ໜຸ່ມ​ຂອງ​ປະ​ເທດ​ອື່ນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລກປ່ຽນ​ວັດ​ທະ​ນະ​ທຳ​ຫຼາຍ​ຮູບ​ຫຼາຍ​ແບບ, ​ພ້ອມ​ທັງ​ສາມາດ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ພາຍ​ຫຼັງ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ແຂງ​ຂັນ​ທີ່​ເຄັ່ງ​ຕຶງ​ແລ້ວ. ນັກ​ກິລາ​ທັງ​ຫຼາຍ​ໄດ້​ຜ່ອນ​ຄາຍ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​​ໃນ​ເວລາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເຫຼົ່າ​ນີ້.

1 2 3 4 5 6 7 8 9 10
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ