ສະຖານທູດ​ຈີນ​ປະຈຳ​ລາວ​ຈັດ​ງານ​ລ້ຽງ​ສົ່ງ​ນັກ​ສຶກສາລາ​ວ​ທີ່​ໄດ້​ທຶນ​ສຶກສາ​ລັດຖະບານ​ຈີນ
2014-08-22 12:04:04  cri 


ວັນ​ທີ21ສິງຫາ2014ນີ້, ຢູ່​ສະຖານທູດ​ຈີນ​ປະຈລາວ​ໄດ້​ຈັດ​ງາ​ນລ້ຽງ​ສົ່ງ​ນັກ​ສຶກສາລາ​ວທີ່​ຈະ​ໄປ​ຮຽນ​ຕໍ່​ຢູ່​ປະ​ເທດ​ຈີນ. ທ່ານ​ກວນ​ຮວາປີ​ງ, ​ເອກອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ທ່ານ​ລີ​ຕູ້ ບົວ​ປາວ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ, ທ່ານ​ສຈ. ດຣ. ສຸກກົງແສງ ໄຊຍະເລີດ, ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ພ້ອມ​ດ້ວຍ​ນັກ​ສຶກສາ81ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້.

ປີ​ນີ້​ມີ​ນັກ​ສຶກສາລາ​ວຈຳນວນ81ຄົນ​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ລັດຖະບານ​ຈີນ, ​ໃນ​ນັ້ນ​ມີ​ປະ​ລິນ​ຍາ​ເອກ6ຄົນ​ຍິງ3ຄົນ, ປະລິນຍາ​ໂທ37ຄົນ, ຍິງ13ຄົນ, ​ແລະ​ປະລິນຍາ​ຕີ38ຄົນ, ຍິງ14ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ