ທ່ານ​ບາ​ຮ໌​ໄດ້​ມອບ​ລາງວັນ​ໃຫ້​ນັກ​ກິລາ​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ການ​ແຂ່ງຂັນລາຍ​ມວຍຈີນ​ຂອງ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ແລະ​ກ່າວ​ວ່າ​ຈະຄົ້ນຄວ້າບັນຫາທີ່ໃຫ້ລາຍມວຍຈີນເຂົ້າເປັນລາຍການແຂ່ງຂັນໃນງານກິລາໂອລິມປິກໃນອະນາຄົດ
2014-08-23 15:22:21  cri 

ຕາມ​ຂ່າວcri: ວັນ​ທີ22 ສິງຫາ​ນີ້, ການ​​ແຂ່ງຂັນ​ລາຍ​ມວຍ​ຈີນ​ຂອງ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ນານກິ່ງ​ໄດ້​​ຈັດ​ຂຶ້ນ​ຢູ່​ຫໍ​ກິລາກ່າວ​ຊຸນ​ຂອງ​ນານ​ກິ່ງ, ທ່ານ​ໂຕ​ມາສ ບາ​ຮ໌​ໄດ້​ມອບ​ລາງວັນ​ໃຫ້​ນັກ​ກິລາ​ມວຍຍາວ​ມາ​ເລ​ເຊຍ​ເຊິ່ງ​ເປັນ​ນັກ​ກິລາ​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ຂອງ​ການ​ແຂ່ງຂັນ​ລາຍ​ມວຍ​ຈີນ. ​ໃນ​ເວລາຕອບຄຳ​ຖາມ​ກ່ຽວ​ກັບ​ລາຍ​ມວຍ​ຈີນ​ເຂົ້າ​​ເປັນລາຍການ​ແຂ່ງຂັນ​ທາງ​ການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ທ່ານ​ບາ​ຮ໌ກ່າວ​ວ່າ​ຈະ​ຄົ້ນຄວ້າ​ວຽກ​ງານ​ທີ່​ລາຍ​ມວຍ​ຈີນ​ເຂົ້າ​ງານ​ກິລາ​ໂອ​ລິ​ມປິກ.

ທ່ານ​ຮົ້ວ​ເຈິ້ນ​ທິງ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຮົງ​ກົງ​ກ່າວ​ວ່າ, ຖ້າ​ລາຍ​ມວຍ​ຈີນ​ຢາກ​ເຂົ້າ​​ເປັນ​ລາຍການ​ແຂ່ງຂັນ​​ໃນງານ​ກິ​ລາ​ໂອ​ລິ​ມປິກ, ຍັງ​ຕ້ອງ​ເຮັດວຽກ​ງານ​ຫຼາຍຢ່າງ. ​ຖ້າ​ຢາກໃຫ້​ລາຍການ​ກິລາ​ນີ້​ທີ່​ເລີ່​ມຈາກ​ຈີນ​ກາຍ​ເປັນ​ລາຍການກິລາ​ທົ່ວ​ໂລກ, ການ​​ເຜີຍ​ແຜ່​ສູ່​ຕ່າງປະ​ເທດ​ແມ່ນ​ສຳຄັນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ