ທ່ານ​ຫຼີ​ເຄີ້ຊຽງ​ຈ​ະ​ເຂົ້າ​ຮ່ວມ​ພິທີ​ປິດ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະ​ດູ​ຮ້ອນ​ຄັ້ງ​ທີ2
2014-08-23 15:39:10  cri 

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ22 ສິງຫາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ: ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ພິທີປິດ​ງານ​ມະຫາ​ກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມ​ລະດູ​ຮ້ອນ​ຄັ້ງ​ທີ2ທີ່​ຈັດ​ຂຶ້ນ​ຢູ່​ນານ​ກິ່ງ​ຈີນ​ໃນ​ວັນ​ທີ 28 ສິງຫາ​ນີ້.

​ໂດຍ​ຕອບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ຊຽງ, ທ່ານ​ກາສຕັນ ບຼາງ ນາຍົກລັດຖະ​ມົນຕີ​ຂອງ​ອັນ​ຕີ​ກວາ​ແລະ​ບາ​ບູດາ, ທ່ານ​ອາບ​ດູ​ກາ​ເດີ ກາ​ມີ​ວ ​ໂມ​ຮາ​ເມີດ ນາຍົກລັດຖະມົນຕີຂອງຈີບູຕີ​ແລະ​ທ່ານ​ໂກ​ໂລ ​ໂຣ​ເຢີ ນາຍົກລັດຖະມົນຕີຂອງມາດາ​ກັສກາຈະ​ເຂົ້າ​ຮ່ວມ​ພິທີ​ອັດ​ລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ