ນັກ​ກິລາ​ຂອງ​ໄທ​ເຂົ້າ​ຮອບ​ຊີ​ງຊະນະ​ເລີດ​ຂອງການ​ແຂ່ງຂັນ​ແລ່ນ​ຂ້າມ​ຮົ້ວ 110 ​ແມັດ​ຊາຍ​ໃນ​ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຊາວ​ໜຸ່ມຄັ້ງ​ທີ 2 ດ້ວຍຜົນງານ 13 ວິນາທີ 70 ລິບ​ຕາ
2014-08-26 18:46:14  cri 
ວັນ​ທີ 23 ສິງຫາ​ນີ້, ທ້າວ​ປາຣິນຢາ ມູນ​ເອກ, ນັກ​ກິລາ​ທີ່​ມີ​ອາຍຸ​ 17 ປີ​ຂອງ​ໄທ​ໄດ້​ເຂົ້າ​ຮອບ​ຊີ​ງຊະນະ​ເລີດ​ຂອງ​ການ​ແຂ່ງຂັນ​​ແລ່ນຂ້າມ​ຮົ້ວ 110 ​ແມັດ​ຊາຍ​​ໃນ​ງານ​ມະຫະກຳ​ກິລາ​​ໂອ​ລິ​ມປິກຊາວ​ໜຸ່ມຄັ້ງ​ທີ 2 ທີ່​ນະຄອນ​ນານ​ກິ່ງ​ດ້ວຍ​ຜົນງານ 13 ວິນາ​ທີ 70 ລິບ​ຕາ.

ທ້າວ​ປາຣິນຢາ ມູນ​ເອກ​ມີ​ສີ​ໜ້າ​ເສົ້າໝອງພາຍຫຼັງ​ການ​ແຂ່ງຂັນ, ຮູ້ສຶກ​ເສຍດາຍ​ຫຼາຍ​ທີ່​ບໍ່​ສາມາດ​ໄດ້​ຮັບ​ຜົນງານ​ທີ່​ດີ​ທີ່​ສຸດ​ຕໍ່ໜ້າ​ຂອງ​ທ້າວ​ລີ​ວສຽງ, ດາລາ​ນັກ​ກິລາ​ຂອງຈີນ. ທ້າວ​ປາຣິນຢາ ມູນ​ເອກ​​ເວົ້າ​ວ່າ, ຫວັງ​ວ່າ​ຕົນ​ກໍ່​ຕ້ອງການ​ສ້າງຜົນງານ​ທີ່​ດີ​ຄ້າຍຄື​ກັນ​ທ້າວ​ລີ​ວສຽງ​ນັ້ນ​ແຫຼະ, ​ແລະ​ໄດ້ຢືນ​ຢູ່​​ເທິງ​ເວທີ​ທີ່​ສູງ​ທີ່​ສຸດ​ຂອງ​ໂລກ. ​ເຖິງ​​ແມ່ນ​ວ່າ​ນີ້​ມີ​ຄວາມ​ຫຍຸ້ງຍາກບໍ່​ໜ້ອຍ​ສຳລັບ​ນັກ​ກິລາ​ແລ່ນ​​ແລະລານ​ຂອງ​ໄທ​ຜູ້​ໜຶ່ງ​ແລ້ວ​ກໍ່​ຕາມ, ​ແຕ່​ລາວຍັງ​ມີ​ຄວາມ​ມຸ່ງຫວັງ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຂອງ​ງານ​ມະຫະກຳ​ກິລາໂອ​ລິ​ມປິກ​​ໄດ້ໃນ​ອະນາຄົດ, ລາວ​ເຫັນ​ວ່າ​ນັ້ນ​ກໍ່​ແມ່ນ​ຜົນງານ​ທີ່ມີ​ກຽດ​ສະຫງ່າ​ງາມ​ສູງ​ສຸດ. ທ້າວ​ປາຣິນຢາ ມູນ​ເອກ​ເວົ້າ​ວ່າ, ຢູ່​ໃນ​ໂລກ​ນີ້​ບໍ່​ມີ​ເລື່ອງ​ໃດ​ທີ່​ຈະ​ບໍ່​ສາມາດ​ປະສົບ​ຄວາມ​ສຳ​ເລັດ​ໄດ້, ​ເຖິງ​ວ່າມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ເພື່ອ​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເປັນ​ຈິງກໍ່ຕາມ, ​ແຕ່​ລາວ​ຈະ​ບໍ່​ທໍ້ຖອຍຢ່າງ​ເດັດຂາດ. ຖ້າ​ຫາກ​ບໍ່​ຊະນະ, ກໍ່​ຈະ​ບໍ່​ກິນ​ແໜງ​ໃຈ​ເລີຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ