ກອງ​ປະຊຸມ​ລັດຖະມົນຕີ​ການທ່ອງທ່ຽວ APEC ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່ມາ​ກາວ​ໃນ​ວັນ​ທີ 13 ກັນຍາ​ໜ້າ​ນີ້
2014-08-27 11:07:50  cri 
ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ປະກາດ​ໃນ​ວັນ​ທີ 26 ສິງຫາ​ນີ້​ວ່າ ​ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານຈີນ, ກອງ​ປະຊຸມ​ລັດຖະມົນຕີ​ການທ່ອງທ່ຽວ APEC ຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ ໃນ​ວັນ​ທີ 13 ກັນຍາ​ໜ້າ​ນີ້ ​ຢູ່​ຫໍກິລາ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ຂອງມາ​ກາວ​.

ຕາມ​ຂ່າວ​ແຈ້ງວ່າ, ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ຫຼັກວ່າ "ສ້າງ​ອະນາຄົດ​ໃໝ່​ເພື່ອ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ການທ່ອງທ່ຽວ​ອາຊີ​ປາຊີ​ຟິກ", ​ເຊິ່ງຈະ​ປຶກສາ​ຫາລື 5 ຫົວ​ຂໍ້ນ້ອຍຄື ຊຸກຍູ້​ຕະຫຼາດ​ການທ່ອງທ່ຽວ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​; ສົ່ງ​ເສີມ​ການທ່ອງທ່ຽວ​​ໃຫ້ຂະຫຍາຍຕົວ​ໂດຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຂະ​ແໜງ​ການ​ອື່ນໆ, ຊຸກຍູ້​ຂະ​ແໜງ​ການທ່ອງທ່ຽວ​​ໃຫ້ຫັນປ່ຽນ​ຮູບ​ແບບ​ແລະ​ມີ​ການ​ເຕີບ​ໂຕ; ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ສົ່ງ​ເສີມ​ການທ່ອງທ່ຽວ​ອັດ​ສະລິຍະ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຂອງ APEC, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ​ດ້ານ​ການທ່ອງທ່ຽວ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ; ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ແບບ​ກາບ​ອນຕ່ຳ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ. ກອງ​ປະຊຸມ​ຍັງ​ຈະ​ອອກ​ຖະ​ແຫຼ​ງການ​ມາ​ກາວ​ ​ເຊິ່ງຈະ​​ເຜີຍ​ແຜ່ໃຫ້​ເຫັນ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ