ປາ​ແລັສຕິນ​ແລະ​ອິສຣາ​ແອນ​ບັນລຸ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ໄລຍະ​ຍາວ​
2014-08-27 17:10:15  cri 
ວັນ​ທີ 26 ສິງຫາ​ນີ້, ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ເອຢິບ​ແລະຝ່າຍອື່ນໆ, ​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ໄດ້​ບັນລຸ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ໄລຍະ​ຍາວ; ອົງການສະຫະ​ປະຊາ​ຊາດ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກັບເລື່ອງ​ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຟື້ນຟູ​ການ​​ເຈລະຈາ​ທາງ​ການ​ເມືອງ​ໃນ​ທັນທີ.

ມື້​ດຽວ​ກັນ, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ປາ​ແລັສຕິນ​ແລະ​ອິສຣາ​ແອນທີ່​ໄດ້​ປະກາດ​ບັນລຸ​ການ​ຢຸດ​ຍິງ​ທີ່ບໍ່​ຈຳກັດເວລາ​​ຢູ່​ເຂດ​ກາຊາ. ທ່ານ​ບັນ​ກີ​ມູນ​ຍັງ​ກ່າວ​ວ່າ, ທ່ານ​ຫວັງວ່າ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ສະບັບ​ດັ່ງກ່າວຈະສາມາດ​ເປັນ​ການ​ເລີ່​ມຕົ້ນຂະ​ບວນການ​ທາງ​ການ​ເມືອງ, ບັນລຸ​ສັນຕິພາບ​ແບບ​ຍາວ​ນານ​ລະຫວ່າງ​ປາ​​ແລັສຕິນ - ອິສຣາ​ແອນ. ທ່ານ​ບັນ​ກີ​ມູນ​ໄດ້​ຮຽກຮ້ອງ​ໃຫ້​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ກັບ​ສູ່ໂຕະ​ຂອງ​ການ​​ເຈລະຈາລະຫວ່າງ​ສອງ​ຝ່າຍ, ບັນລຸ​ສັນຍາ​ກ່ຽວ​ກັບ​ບັນຫາ​ຖານະ​ສຸດ​ທ້າຍ.

ຕາມ​ສະຖິຕິ​ຈາກ​ຝ່າຍ​ປາ​ແລັສຕິນ, ​ໃນການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ປະມານ 1 ​ເດືອນ​ກວ່າ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຝ່າຍປາ​ແລັສຕິນ 2.124 ຄົນ​ເສຍ​ຊີວິດ,  1 ໝື່ນກວ່າ​ຄົນ​ບາດ​ເຈັບ. ສ່ວນ​ຝ່າຍ​ອິສຣາ​ແອນກໍ່​ມີ 69 ຄົນ​ເສຍ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ