ອາ​ເມ​ລິ​ກາ​ກ່າວວ່າ ການ​ກຳຈັດ ISIS ຢ່າງ​ຮອບດ້ານບໍ່​​ແມ່ນ​ເລື່ອງ​ງ່າຍ
2014-08-27 17:10:50  cri 
ວັນ​ທີ 26 ສິງຫາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ກຳຈັດ​ກຸ່ມ​ປະກອບ​ອາວຸດ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ຄ້າຍຄື​ກັນ​ກັບ "ປະ​ເທດ​ອິສລາມ​ອີຣັກ​ແລະ​ເລ​ວານ​ທ໌"ຫຼື ​ISIS ແບບ​ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ, ​​ແລະ​ຍາກ​ທີ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ພາຍ​ໃນ​ເວລາ​ສັ້ນ.

ທ່ານ​ບາຣັກ ​ໂອ​ບາ​ມາ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະມາຄົມນັກຮົບ​ເກົ່າຂອງອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ຄາ​ໂລດ​ເຕີລັດ​ຄາ​ໂຣລີ​ນາ​ເໜືອຂອງ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ: "ການ​ກຳຈັດ​ຝີ​ທີ່​ມີ​ພິດ​ຮ້າຍ​ທີ່​ຄ້າຍຄື​ກັນ​ກັບປະ​ເທດ​ອິສລາມ​ອີຣັກ​ແລະ​ເລ​ວານ​ທ໌​​ແບບ​ນີ້ຢ່າງຮອບດ້ານບໍ່​ແມ່ນ​ເລື່ອງ​ງ່າຍ, ​ເຊິ່ງຈະບໍ່​ສາມາດ​ສຳ​ເລັດ​ໄດ້​ໃນ​ເວລາ​ສັ້ນ." ທ່ານ​ບາຣັກ ​ໂອ​ບາ​ມາ​ໄດ້​ກ່າວ​ຢ້ຳວ່າຈະ​ບໍ່​ສົ່ງ​ກອງ​ທະຫານ​ສູ້​ຮົບ​ໄປ​ອີຣັກ, ຈະ​ບໍ່​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຖືກ​ແກ່​ດຶງເຂົ້າ​ໃນ​ສົງຄາມ​ຢູ່​ເທິງ​ໜ້າດິນ​ອີກ​ຮອບ​ໃໝ່​​ໃນອີຣັກ. ທ່ານ​ກ່າວ​ວ່າ, ອາ​ເມ​ລິ​ກາ​ພວມ​​ໃຊ້​ຄວາມ​ພະຍາຍາມ​ເຂົ້າ​ໃນ​ການ​​ສ້າງ​ພັນທະ​ມິດສາ​ກົນ​ເພື່ອ​ຊ່ວຍ​ເຫຼືອ​ອີຣັກ​ໂຈມ​ຕີ "ປະ​ເທດ​ອິສລາມ​ອີຣັກ​ແລະ​ເລ​ວານ​ທ໌".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ