ຄູ​​ອາຈານແລະນັກຮຽນ​ນັກ​ສຶກສາ​ຂອງ ສ.​ເກົາຫຼີ ​ເກືອບ​ເຄິ່ງໜຶ່ງ​ເຫັນ​ວ່າ ສປປ​ ​ເກົາຫຼີ ​ແມ່ນ​​ຄູ່​ຮ່ວມ​ມືຫາກ​ບໍ່​ແມ່​ນສັດຕູ
2014-08-27 18:37:00  cri 
ຕາມ​ຂ່າວສານ​ໂຢນຮັບ​ຂອງ ສ.​ເກົາຫຼີ ລາຍ​ງານ​ໃນ​ວັນ​ທີ 27 ສິງຫາ​ນີ້​ວ່າ, ຕາມ​ຜົນ​ກາ​ນລົງ​ປະ​ຊາ​ມະຕິ​ທາງ​ການ​ຂອງ​ ສ.​ເກົາຫຼີ ສະບັບ​ໜຶ່ງ​ສະ​ແດງ​ໃຫ້​​ເຫັນ​ວ່າ, ຢູ່ ສ.​ເກົາຫຼີ ມີ​ຄູອາຈານ​ແລະນັກຮຽນ​ນັກ​ສຶກສາ​ເກືອບ​ເຄິ່ງໜຶ່ງ​​ໄດ້ເຫັນ​ວ່າ ສປປ ​ເກົາຫຼີ ​ແມ່ນ "ຄູ່​ຮ່ວມມື" ຫາກ​ບໍ່​ແມ່ນ "ສັດຕູ".

ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​​ໃຫ້​ເໜືອ​ໃຕ້​ຂອງ​ແຫຼມ​​ເກົາຫຼ​ເຕົ້າ​ໂຮມີ​ເປັນ​ເອກະ​ພາບ​ກັນ​ມີ​ຄວາມ​ຈຳ​ເປັນ​ຫຼື​ບໍ່, 53,5% ຂອງ​ຄູອາຈານ​ແລ​ະນັກຮຽນນັກ​ສຶກສາ​ໄດ້​​ໃຫ້​ຄຳ​ຕອບ​ເຫັນ​ດີ, 26,1% ຂອງ​ຜູ້​ໃຫ້​ສຳພາດ​ຮັກສາ​ທ່າ​ທີ​ເປັນກາງ, ສ່ວນຜູ້​ໃຫ້​ສຳພາດ​ອີກປະມານ 20%​ ​ເຫັນ​ວ່າບໍ່​ມີ​ຄວາມ​ຈຳ​ເປັນ.

ນີ້​ແມ່ນ​ການ​ສຳ​ຫຼວດ​ສະພາບ​ຕົວ​ຈິງ​ດ້ານ​ການ​ສຶກສາ​ຢ່າງ​ເປັນ​ເອກະ​ພາບທີ່​ລັດຖະບານ ສ.​ເກົາຫຼີ ຈັດ​ຂຶ້ນຄັ້ງ​ທຳ​ອິດທີ່​ມີ​ຕໍ່​ຄູອາຈານ​ແລະ​ນັກຮຽນນັກ​ສຶກສາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ