ວັນທີ 27 ສິງຫານີ້, ນາຍ ແລະພົນທະຫານທີ່ປະຈໍາຢູ່ເຂດບໍລິຫານພິເສດຮົງກົງໄດ້ບໍລິຈາກເລືອດເປັນຄັ້ງທີ 17 ຢູ່ເຂດຮົງກົງ, ລວມມີນາຍ ແລະພົນທະຫານທັງໝົດ 400 ຄົນເຂົ້າຮ່ວມ, ໃນນັ້ນມີທະຫານຊາຍ 385 ຄົນ, ທະຫານຍິງ 15 ຄົນ, ທັງໝົດໄດ້ບໍລິຈາກເລືອດ 1 ແສນ 8 ໝື່ນມີລີລີດ. ນັບແຕ່ເຂດຮົງກົງກັບຄືນສູ່ປະເທດຊາດເປັນເວລາ 17 ປີຜ່ານມານີ້, ນາຍແລະພົນທະຫານທີ່ປະຈໍາເຂດຮົງກົງທັງໝົດ 6400 ກວ່າຄົນໄດ້ບໍລິຈາກເລືອດປະມານ 2 ລ້ານ 8 ແສນ 8 ໝື່ນມີລີລີດ.