ວັນທີ 28 ສິງຫານີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ຂັ້ນສູງຂອງອິສຣາແອນຄົນໜຶ່ງ ກ່າວວ່າ, ອິສຣາແອນໄດ້ເຫັນດີເຊັນສັນຍາຢຸດຍິງກັບອົງການຕໍ່ຕ້ານຂອງມຸສລິມປາແລັສຕີນ-ືອົງການຮາມາສ, ເຊິ່ງໄດ້ເຮັດໃຫ້ການເປັນປໍລະປັກກັນທາງການທະຫານນັ້ນລະຫວ່າງສອງຝ່າຍທີ່ໄດ້ດຳເນີນເປັນເວລາ 7 ອາທິດຢຸດຕິລົງ. ພາຍຫຼັງສັນຍາຢຸດຍິງໄລຍະຍາວສະບັບດັ່ງກ່າວມີຜົນສັກສິດແລ້ວ, ຄົນປາແລັສຕີນໄດ້ລົງສູ່ຖະໜົນສາຍຕ່າງເພື່ອຈັດກິດຈະກຳສະເຫຼີມສະຫຼອງໃນທັນທີ.