ຕອນຄໍ່າວັນທີ 28 ສິງຫານີ້, ງານມະຫາກໍາກິລາໂອລິມປິກຊາວໜຸ່ມລະດູຮ້ອນຄັ້ງທີ 2 ໄດ້ປິດສາກລົງຢູ່ນະຄອນນານກິ່ງຂອງຈີນ.
ທ່ານຫຼີເຄິ້ສຽງ, ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີປິດງານມະຫາກໍາກິລາຄັ້ງນີ້. ທ່ານໂທມາສ ບາສ, ປະທານຄະນະກໍາມະການໂອລິມປິກສາກົນໄດ້ກ່າວຄໍາປາໄສແລະປະກາດປິດງານມະຫານກໍາກິລາໂອລິມປິກຊາວໜຸ່ມຄັ້ງນີ້. ໃນເວລາກ່າວຄໍາປາໄສ, ທ່ານບາສໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນ, ຄະນະກໍາມະການຈັດງານມະຫາກໍາກິລາໂອລິມປິກຊາວໜຸ່ມນານກິ່ງ ແລະອາສາສະໝັກ.
ໃນພິທີປິດງານມະຫາກໍາກິລາຄັ້ງນີ້ ໄດ້ມີການສະແດງສິລະປະວັດທະນະທໍາ, ນັກຮ້ອງເພັງຊາວໜຸ່ມຈີນຫຼາຍຄົນໄດ້ສະແດງການຮ້ອງເພັງ, ນັກສະແດງແລະອາສາສະໝັກ 2000 ກວ່າຄົນກໍໄດ້ເຂົ້າຮ່ວມການສະແດງຄັ້ງນີ້.
ງານມະຫາກໍາກິລາໂອລິມປິກຊາວໜຸ່ມລະດູຮ້ອນຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນຫຼວງບູນົວສໄອເຣັດສຂອງອາກຊັງຕິນໃນປີ 2018.