ກິດຈະກຳ​ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-​ອາ​ຊຽນຄັ້ງທີ 7 ​ໄດ້ຈັດ​ຂຶ້ນຢູ່​ນະຄອນ​ກຸ້ຍ​ຢາງ​ຂອງ​ຈີນ
2014-09-02 10:42:09  cri 
    ຕອນ​ບ່າຍ​ວັນ​ທີ 1 ກັນຍາ​ນີ້ ກິດຈະກຳ​ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-​ອາ​ຊຽນຄັ້ງທີ 7 ທີ່​ມີ​ຫົວ​ຂໍ້​ວ່າ "ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ນັ້ນ​ເກາະ​ແຂນ​ກັນ, ການ​ສຶກສາ​ສ້າງ​ຜົນ​ປະ​ໂຫຍ​ດ​ແກ່​ປະຊາຊົນ" ​ໄດ້​ຈັດ​ຂຶ້ນຢູ່​ສູນ​ປະຊຸມ​ສາກົນ​ຊີວະ​ພາບ​ນະຄອນ​ກຸ້ຍ​ຢາງ​ປະ​ເທດ​ຈີນ.

    ນອກຈາກ​ກິດຈະກຳ​ປະຈຳ​ຕ່າງໆ​ເຊັ່ນ ​ເວທີ​ປຶກສາ​ຫາລື​ຂອງອະທິການ​ບໍດີ, ງານ​ວາງສະ​ແດງ​ໝາກຜົນ​ແຫ່ງ​ການ​ສຶກສາ​ເປັນຕົ້ນ​​ແລ້ວ, ​ໃນ​ກິດຈະກຳ​ສັບປະດາ​ແລກປ່ຽນ​ການ​ສຶກສາຄັ້ງນີ້ ຍັງ​ຈະ​ມີ​ກິດ​ຈະ​ກຳ​ອີກ 20 ກວ່າ​ຊະນິດ ​ເຊັ່ນ: ການ​ສົນ​ທະ​ນາ​ລະຫວ່າງ​ເຈົ້າໜ້າ​ທີ່​ອາວຸ​ໂສ, ການ​ສົນທະນາ​ກ່ຽວ​ກັບນະ​ໂຍບາຍ​ແຫ່ງ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສຶກສາ​ຈີນ-​ອາ​ຊຽນ, ການ​ແຂ່ງຂັນ​ຟັງ​ແລ້ວ​ຂຽນ​ພາສາ​ຈີນຂອງ​ນັກ​ສຶກສາອາ​ຊຽນທີ່​ມາ​ຮຽນ​ຢູ່​ຈີນ, ງານ​ກິລາຫຼິ້ນມ່ວນ​ຊື່ນ​ຂອງ​ນັກ​ສຶກສາ​ຈີນ-​ອາ​ຊຽນ ​ແລະ​ອື່ນໆ ​ໂດຍ​ຈະ​ແຍກ​ອອກ​ຈັດ​ຂຶ້ນຢູ່​ນະຄອນ​ກຸ້ຍ​ຢາງ, ນະຄອນ​ຈູ່ນຢີ້ ​ແລະ​​ແຫ່ງ​ອື່ນໆ​ຢູ່ພາກ​ໃຕ້​ຂອງ​ແຂວງ​ກຸ້ຍ​ໂຈ່​ວ.

    ນັບ​ແຕ່​ປີ 2008 ​ເປັນຕົ້ນມາ, ກະຊວງ​ການ​ຕ່າງປະ​ເທດ​ຈີນ, ກະຊວງ​ສຶກສາ​ທິການ​ຈີນ ​ແລະ​ອຳນາດ​ການ​ປົກຄອງ​ປະຊາຊົນ​ແ​ຂວງ​ກຸ້ຍ​ໂຈ່​ວ ​ໄດ້​ຈັດ​ກິດຈະກຳ​ສັບປະດາ​ແລ​ກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນ 6 ຄັ້ງຢູ່​ນະຄອນ​ກຸ້ຍ​ໂຈ່​ວຢ່າງ​ສຳ​ເລັດ​ຜົນ​ມາ​ແລ້ວ, ມະຫາວິທະຍາ​ໄລ​ແລະ​ສະ​ຖາ​ບັນ​ການ​ສຶກສາຂັ້ນສູງ​ຂອງ​ແຂວງ​ກຸ້ຍ​ໂຈ່​ວ​ ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ທີ່​ດີງາມ​ກັບປະ​ເທດ​ອາ​ຊຽນ, ສອງ​ຝ່າຍ​ໄດ້​ສົ່ງ​ນັກ​ສຶກສາ​ໄປ​ໂຮງຮຽນ​ທີ່​ກ່ຽວຂ້ອງ​ເພື່ອ​ຮ່ຳຮຽນ​ແລະ​ແລກປ່ຽນ​ກັນ​ໃນ​ຈຳນວນ 800 ກວ່າ​ເທື່ອ​ຄົນ, ນັກ​ສຶກສາ​ຂອງ​ປະ​ເທດ​ອາ​ຊຽນທີ່​ມາ​ຮຽນ​ຢູ່​ຈີນ​ກໍ​ໄດ້ຫຼາຍກວ່າ 6 ໝື່ນ​ຄົນ, ນັກ​ສຶກສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ປະ​ເທດ​ອາ​ຊຽນກໍ​ໄດ້ຫຼາຍກວ່າ 1 ​ແສນ 1 ​ໝື່ນ​ຄົນ. ມາ​ຮອດ​ປັດຈຸບັນ, ກິດຈະກຳ​ສັບປະດາ​ແລກປ່ຽນ​ດັ່ງກ່າວ​ນີ້ ​ໄດ້​ດຶງ​ດູດ​ຜູ້​ຮ່ວມ​ຈາກ​ປະ​ເທດ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​​ເປັນ​ຈຳນວນ 3700 ກວ່າ​ຄົນ, ສ່ວນ​ໂຮງຮຽນ​ແລະ​ສະ​ຖາ​ບັນ​ການ​ສຶກສາ​ທີ່​ມາ​ຮ່ວມ ກໍຫຼາຍກວ່າ 800 ​ແຫ່ງ, ​ໃນ​ກິດຈະກຳ​ສັບປະດາ​ແລກປ່ຽນ ຍັງ​ໄດ້​ເຊັນ​ສັນຍາຫຼືບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດ້ານ​ການ​ສຶກສາ 371 ສະບັບ. ສະຫຼຸບ​ແລ້ວ ກິດຈະກຳ​ສັບປະດາ​ດັ່ງກ່າວ​ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ຈີນ​ແລະ​ອາ​ຊຽນ​ໃຫ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະຍາ​ສາດ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ