ເປີດ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນຄັ້ງ​ທີ 9
2014-09-15 16:25:17  cri 
ຕອນ​ເຊົ້າ​ວັນ​ທີ 15 ກັນຍາ​ນີ້, ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນຄັ້ງ​ທີ 9 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ, ​ໃນ​ກອງ​ປະຊຸມ​ດັ່ງກ່າວ,ຜູ້​ແທນ​ຈາກຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແລະ​ການ​ຈັດ​ກິດຈະກຳ​ຕົວ​ຈິງ​ຂອງ​ເທດສະການ​ສິລະ​ປະລະ​ດັບ​ສາກົນ.

ເວທີ​ປຶກສາ​ຫາລື​ວັດທະນະທຳ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​​ເວທີ​ປຶກສາ​ຫາລື​ຫົວ​ຂໍ້​ນ້ອຍ​ຕ່າງໆ​​ໃນ​ຂອບ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11, ​ແລະ​ກໍ​ແມ່ນ​ໂຄງການ​ສຳຄັນ​ຂອງ​ປີ​ແລກປ່ຽນ​ວັດທະນະທຳ​ຈີນ-ອາ​ຊຽນ 2014. ທ່ານ​ຫຼິວຢູຈູ່ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ວັດ​ທະ​ນະ​ທຳ​ຈີນ​​ໄດ້ກ່າວ​ໃນ​ພິທີ​ເປີດ​​ເວທີ​ປຶກສາ​ຫາລື​ວ່າ, ​ເວທີ​ປຶກສາ​ຫາລື​ມີ​ຫົວ​ຂໍ້​ວ່າ "​ເທດສະການ​ສິລະ​ປະລະ​ດັບ​ສາກົນ", ​ເຊິ່ງມີ​ຈຸດປະສົງ​ເພື່ອ​ເຮັດ​ໃຫ້​ຈີນ​ແລະ​ອາ​ຊຽນຮ່ວມ​ກັນ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຂອງ​ເທດສະການ​ສິລະ​ປະລະ​ດັບ​ສາກົນ ​ແລະ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ກ່ຽວ​ກັບ​ການຈັດ​​ເທດສະການດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ