ອາຄານ​ໂດຍສານ​ໃໝ່ຂອງ​ສະໜາມ​ບິນ​ນານ​ໜິງຈີນ​ຈະ​​ເປີດ​ບໍ​ລະການ​ໃນ​ວັນ​ທີ25​ກັນຍາ​ນີ້
2014-09-15 15:52:18  cri 
ອາຄານ​ໂດຍສານ​ໃໝ່​T2ຂອງ​ສະໜາມ​ບິນ​ນະຄອນ​ນານ​ໜິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີ​ຂອງ​ຈີນຈະ​ເປີດ​ບໍລິການ​ໃນ​ວັນ​ທີ25​ກັນຍາ​ນີ້​ຢ່າງ​ເປັນ​ທາງ​ການ, ຄາດ​ວ່າ​ຈະ​ຮັບ​ແລະ​ສົ່ງ​ຜູ້​ໂດຍສານ16​ລ້າ​ນ​ເທື່ອ​ຄົນ​ຕໍ່​ປີ, ​ໃນ​ນັ້ນ, ​ຜູ້​ໂດຍສານ​ສາກົນ​ຈະ​ມີ​ເຖິງ2​ລ້ານ4​​ແສນ​ເທື່ອ​ຄົນ, ​ແຕ່ລະ​ປີຈະ​ມີຍົນ​ໂດຍສານ1​​ແສນ 3ໝື່ນ7600​ເທື່ອ​ລໍາຂຶ້ນ​-ລົງ.

ນະຄອນ​ນານ​ໜິງ​ແມ່ນສະຖານ​ທີ່ຖາວອນ​​ແຫ່ງການ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ, ​ເຊິ່ງການ​ຍົກ​ລະດັບ​ຄົມມະນາຄົມ​ທາງ​ອາກາດ​ຈະ​ຊຸກຍູ້​ໃຫ້​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ, ພ້ອມ​ນັ້ນ​ກໍ່​ຈະຊຸກຍູ້ການ​ສ້າງ​​ "ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ21", ​ແລະ​ຊຸກຍູ້​​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ