ນາຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ RCEP ຈະ​ກາຍ​ເປັນ​ແບບ​ຢ່າງ​ທີ່​ໝັ້ນ​ຄົງ​ອີກ​ອັນ​ໜຶ່ງ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ
2014-09-16 15:55:51  cri 
ຕອນ​ເຊົ້າ​ວັນ​ທີ 16 ກັນຍາ​ນີ້, ຢູ່​ທີ່​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່ນະຄອນ​ນານ​ນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ, ຢູ່​ບົນ​ພື້ນຖານ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ,​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສາຍ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານຂອງ​ພາກ​ພື້ນ​(RCEP)​ຢູ່​ໃນ​ຂອບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ກາຍ​ເປັນ​ແບບ​ຢ່າງ​ທີ່​ໝັ້ນ​ຄົງ​ອີກ​ອັນ​ໜຶ່ງ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະນາ​ຂອງ​ພາກ​ພື້ນ, ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ກໍ​ຄື​ຂອງ​ໂລກ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ເຖິງ​ວ່າພາຍ​ໃນ​ພາກ​ພື້ນ​ໄດ້​ປະສົບ​ສະຖານະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ​ກໍ​ຕາມ, ​ແຕ່​ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ​ໂດຍ​ສະ​ເພາະ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ເມື່ອ​ປີ 2010 ​ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ມາດ​ຕະການ​ທີ່​ກ່ຽວ​ຂ້ອງ​ຂອງ​ເຂດ​ການ​ຄ້າ​ເສລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ