ທ່ານ​ສີ​ຈິ້ນຜິ​ງ​ເລີ່​ມດຳ​ເນີນ​ການ​ຢ້ຽມ​ຢາມ​ສີ​ລັງ​ກາ​ທາງ​ລັດ​ຖະ​ກິດ
2014-09-16 18:51:52  cri 
ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງ​ໂກ​ລົມ​ໂບຂອງ​ສີ​ລັງກາ​​ໃນ​ວັນ​ທີ16​ກັນຍາ​ນີ້ເພື່ອ​ເລີ່​ມດຳ​ເນີນ​ການ​ຢ້ຽມ​ຢາມ​ປະ​ເທດ​ນີ້​ທາງ​ລັດ​ຖະ​ກິດ. ທ່ານ​ມາ​ຮິນ​ດາ ຣາຈາ​ປັກ​ເຊ ປະ​ທາ​ນາ​ທິ​ບໍ​ດີ​ສີ​ລັງ​ກາ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ​ໃຫ້​ແກ່​ທ່ານ​ສີ​ຈິ້ນ​ຜິງ​ຢູ່​ທີ່​ສະ​ໜາມ​ບິນ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ໃຫ້​ເຫັນ​ວ່າ, ມື້​ນີ້, ເມື່ອຂ້າພະ​ເຈົ້າ​​ກ້າວ​ເຂົ້າ​ສູ່​ດິນ​ແດນ​ທີ່​ສວຍ​ງາມ​ຂອງ​ສີ​ລັງກາ, ຂ້າພະ​ເຈົ້າ​ພ້ອມ​ຄະນະ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ປະທານາທິບໍດີ​ສີ​ລັງກາ​ພ້ອມ​ພັນ​ລະ​ຍາ​ແລະ​ປະຊາຊົນ​ສີ​ລັງກາ​, ທ່າມກາງ​ບັນຍາກາດອັນ​ອົບ​ອຸ່ນ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ສີ​ລັງກາ, ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫຼາຍ. ການ​ໄປ​ມາ​ຫາ​ສູ່​ກັນ​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ສີ​ລັງກາ​ມີ​ປະຫວັດ​ທີ່​ຍາວ​ນານ, ສອງ​ປະ​ເທດ​ເປັນ​ອ້າຍ​ນ້ອງ​ທີ່​ດີ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຮ່ວມ​ກັນ, ​ເປັນ​ຄູ່​ຮ່ວມ​ທີ່​ດີ​ເພື່ອ​ສະ​ແຫວ​ງຫາ​ການ​ພັດ​ທະ​ນາ, ​ເປັນ​ໝູ່​ເພື່ອນ​ທີ່​ດີ​ທີ່​ສະ​ໜິດ​ສະ​ໜົມ​ແລະ​ຮັກ​ແພງ​ກັນ. ​ໃນ​ປັດຈຸບັນ, ຈີນ​ແລະ​ສີ​ລັງ​ກາ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ,​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ມາ​ຫຼາຍ​ເຊັ່ນ​ຄົນ​ກຳ​ລັງ​ຢູ່​ໃນ​ຈຸດ​ເລີ່​ມຕົ້ນ​ໃໝ່, ​ແລະ​ກຳ​ລັງ​ປະ​ເຊີນ​ກັບ​ໂອ​ກາດ​ພັດ​ທະ​ນາ​ຢ່າງ​ກວ້າງ​ຂວາງ. ຫວັງ​ວ່າ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້​ຈະ​ສົ່ງ​ເສີມ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ, ​ເຮັດ​ໃຫ້​ກຳ​ປັ່ນ​​ແຫ່ງ​ມິດ​ຕະ​ພາບ​ຈີນ-ສີ​ລັງ​ກາ​ກ້າວ​ເດີນ​​ໄປ​ໄກຢ່າງ​ອະ​ດວກ​ບົນ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ