ຜູ້ຕາງໜ້າ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ບັນຫາ​ນິວ​ເຄຼຍອີຣານ​ເພີ່ມທະວີຄວາມ​ພະຍາຍາມ​ທາງ​ການ​ທູດ
2014-09-16 15:26:50  cri 
ວັນ​ທີ 15​ ກັນຍາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ​ເຊິ່ງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ລົງ​ໂທດ​ອີຣານຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

ທ່ານ​ຫວາງ​ໝິນ, ຮອງ​ຜູ້ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ຈີນຖື​ຕະຫຼອດ​ມາ​ວ່າ, ມະ​ຕິ​ທີ່​ກ່ຽວຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນຄົງ​ຄວນ​ຖືກ​ປະຕິບັດ​ຢ່າງຮອບດ້ານ​ແລະ​ຖືກຕ້ອງ, ການ​ລົງ​ໂທດ​ພຽງ​ແຕ່​ແມ່ນ​ວິທີ​ໜຶ່ງ​ເທົ່າ​ນັ້ນ, ບໍ່​ແມ່ນ​ເປົ້າ​ໝາຍ​ຂອງ​ມະ​ຕິ, ແລະກໍ່​ບໍ່​ແມ່ນ​ມາດຕະຖານ​ທີ່ຊັ່ງຊາ​ວຽກ​ງານ​ຂອງ​ຄະນະ​ກຳມະການ. ຈີນ​ຄອງ​ຄອຍ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ບັນຫາ​ນິວ​ເຄຍອີຣານ​ເພີ່ມ​ທະວີ​​ຄວາມ​ພະຍາຍາມ​ທາງ​ການ​ທູດ, ຢຶດໝັ້ນ​ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ, ຊຸກຍູ້​ໃຫ້​ບັນລຸ​ສັນຍາ​ຮອບດ້ານ​ທີ່​ທ່ຽງ​ທຳ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ