ຈີນ​ແລະ​ສິງກະ​ໂປ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ບຸກຄະລາ​ກອນ​ເພື່ອ​ສະໜັບສະໜູນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ
2014-09-16 10:40:05  cri 
ງານ​ແລກປ່ຽນລະຫວ່າງວິ​ສາ​ຫະກິດ​ທີ່​ມີ​ຊື່​ສຽງ​ແລະຜູ້​ມີ​ຄວາ​ມສາມາດ​ວິຊາ​ການທີ່​ມີ​ຊື່ວ່າ "​​ເຕົ້າ​ໂຮມ​ນັກ​ທຸລະ​ກິດ​ແລະ​ສະຕິ​ປັນຍາ, ຮ່ວມ​ມືກັນ​ເພື່ອບັນລຸ​ຄວາມ​​ໃຝ່ຝັນ ຮ່ວມ​ກັນ​ສ້າງ​ເສັ້ນທາ​ງສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21" ທີ່​ອົງການ​ປົກຄອງ​ປະຊາຊົນ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ ​ແລະ ສະຫະພັນ​ສະພາອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 15 ກັນຍາ​ນີ້. ​ໃນ​ງານ​ແລກປ່ຽນ, ມີບຸກຄົນ​ວົງ​ການ​ການ​ຄ້າ​ແລະ​ວົງ​ການ​ວິຊາ​ການ​ຂອງ​ສິງກະ​ໂປ​ກ່າວ​ວ່າ, ຈະ​ສະໜັບ​ສະ​ໜູນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໂດຍ​ຜ່ານວິທີ​ການເພີ່ມທະວີການຮ່ວມມືດ້ານຜູ້​ມີ​ຄວາມ​ສາມາດກັບຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ