ມາ​ເລ​ເຊຍ​ກ່າວ​ວ່າ ສະໜັບສະໜູນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21
2014-09-16 11:03:33  cri 
ວັນ​ທີ 15 ກັນຍາ​ນີ້, ທ່ານ​ດາ​ຕຸກ ລີ ຊີລຽງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຄ້າ​ແລະ​ອຸດສາຫະກຳສາກົນ​ມາ​ເລ​ເຊຍທີ່​​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາຊຽນຄັ້ງ​ທີ 11 ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ໄດ້​ກ່າວ​ວ່າ, ລັດຖະບານ​ມາ​ເລ​ເຊຍ​ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ຈີນ​ໃນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ຫວັງ​ຢາກ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການ​​ເຊື່ອມ​ຈອດ​ກັນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ປຶກສາ​ຫາລື​ໃນ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ໃຫ້​ດີ, ນຳ​ໃຊ້​ທ່າ​ແຮງທາງ​ດ້ານ​ນະ​ໂຍບາຍກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຢ່າງ​ເຕັມ​ສ່ວນ, ​ແລະພະຍາຍາມ​ຢ່າງ​ສຸດ​ຂີດ​​ເພື່ອ​ບັນລຸ​ເປົ້າ​ໝາຍ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2017 ບັນລຸ​ເຖິງ 160 ຕື້​ໂດ​ລາ​ໂດຍ​ໄວ.

ທ່ານ​ດາ​ຕຸກ ລີ ຊີ​ລຽງ​ກ່າວ​ວ່າ, "ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ທີ່​ຈີນ​ສະ​​ເໜີ​ຂຶ້ນ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອາ​ຊຽນ, ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃນ​ດ້ານ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການທະນາຄານ, ການ​ຄ້າ​ເອ​ເລັກ​ໂຕຼນິກ​ແລະດ້ານ​ອື່ນໆ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ແລະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ, ພ້ອມ​ທັງ​ກໍ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ຂະ​ບວນການ​ເງິນ​ຢວນຈີນ​​ເພື່ອຫັນ​ເປັນ​ແບບ​ສາກົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ