​​​ໄຂ​ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ​ແລະ ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 11
2014-09-16 16:40:22  cri 

ໃນ 9 ​ໂມງ​ວັນ​ທີ 16 ກັນຍານີ້,ທ່ານ​ຈ່າງ​ໂກ່​ລີ້ ຮອງ​ນາຍົກ​ລັດຖະມົນຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ ແລະ ​ກ່າວ​ປາຖະກະຖາ. ທ່ານ​ຫຼີຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ, ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ລາວ, ທ່ານ​ທຽນ​ທູນ ຮອງ​ປະທານາທິບໍດີ​ມຽນມາ, ທ່ານທະ​ນາ​ສັກ ປະຕິມາ​ປຣະກອນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ, ທ່ານ​ຟາ​ມບິງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​​ແລະ​ກ່າວ​ຄຳ​ປາ​ໄສ.  ຫຼັງ​ຈາກ​ນັ້ນ, ຜູ້​ຕາງໜ້າ​ອົສຕຣາລີ ​ເຊິ່ງ​ເປັນ​ປະ​ເທດ​​ແຂກຜູ້​ມີ​ກຽດສະ​ເພາະ​ປີ​ນີ້​ກໍ່​ໄດ້​ກ່າວ​ຄຳ​ປາ​ໄສ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ