ກະຊວງ​ການ​ຕ່າງປະ​ເທດ​ຈີນ: ຫວັງ​ວ່າ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຈະ​ສາມາດ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ
2014-09-16 09:56:43  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ກັນຍາ​ນີ້ ທ່ານ​ຮົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຈະ​ສາມາດ​ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ຈີນ​ແລະ​ອາ​ຊຽນຕື່ມ​ອີກ.

    ງາ​ນວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​​ແລະ​ການ​ລົງທຶນ​ຈີນ​-ອາ​ຊຽນຄັ້ງທີ 11 ຈະ​ຈັດ​ຂຶ້ນຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ປະ​ເທດ​ຈີນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 19 ກັນຍາ​ນີ້, ທ່ານ​ຮົງ​ເຫຼີຍ ​ໄດ້​ແຈ້ງ​ໃຫ້​ຮູ້​ສະພາບ​ທີ່​ກ່ຽວຂ້ອງ​ໃນ​ກອງ​ປະຊຸມ​ຂ່າວ.

    ທ່ານ​ກ່າວ​ວ່າ, ນີ້​​ແມ່ນ​ງານ​ມະ​ໂຫລານ​ປະຈຳ​ປີ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ. ອາຊຽນ​ແມ່ນ​ທິດ​ທາງ​ບູລິ​ມະ​ສິດ​ໃນ​ການ​ຕ່າງປະ​ເທດ​ຂອງ​ຈີນ. ປີ​ກາຍ​ນີ້ ຈີນ​ແລະ​ອາ​ຊຽນ​ ​ໄດ້​ຮ່ວມ​ກັນ​ສະ​ເຫຼີມສະ​ຫຼອງວັນ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະສາດ​ຈີນ-​ອາ​ຊຽນຄົບຮອບ 10 ປີ. ​ໃນ 10 ປີ​ທີ່​ຜ່ານ​ມາ, ຈີນ​ແລະ​ອາ​ຊຽນ ​ໄດ້​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ພວມ​ພັດທະນາ, ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ ​ໄດ້​ຜ່ານ​ຜ່າ "ທົດ​ສະ​ວັດ​ຄຳ", ​ແລະ​ພວມ​ສ້າງ "ທົດ​ສະ​ວັດ​ເພັດ​ພອຍ" ອັນ​ໃໝ່. ຝ່າ​ຍຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ພັດທະນາ​ຂອງ​ອາ​ຊຽນ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຢ່າງ​ແຂງ​ແຮງ ​ເພື່ອ​ສ້າງ​ປະຊາ​ຄົມ​ຊາຕາກຳ​ແລະ​ປະຊາ​ຄົມ​ຜົນ​ປະ​ໂຫຍ​ດທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

    ທ່ານ​ຮົງ​​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຍັງ​ກ່າວ​ຕື່ມ​ວ່າ, ຝ່າຍ​ຈີນ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການປຶກສາ​ຫາລື​ກ່ຽວ​ກັບການ​ເຊັນ​ສັນຍາ​ມິດຕະພາບ​ແລະ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ​ໂດຍ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ທາງ​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ​ຕື່ມ​ອີກ, ​ແລະ​​ເຮັ​ດ​ໃຫ້​ພື້ນຖານ​ທາງ​ສັງຄົມ​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນໝັ້ນ​ແກ່ນ​ຍິ່ງຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ