ຮອງ​ນາຍົກ​ຈີນ​ພົບ​ປະ​ກັບ​ຜູ້ນຳ​ປະ​ເທດ​ອາ​ຊຽນທີ່​ມາ​ເຂົ້າຮ່ວມ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງທີ 11
2014-09-16 09:59:26  cri 
    ວັນ​ທີ 15 ກັນຍາ​ນີ້ ທ່ານ​ຈ່າງ​ກ່າວ​ລີ້ ຮອງ​ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ລາວ, ທ່ານລີ​ຊຽນລົງ ນາຍົກ ລັດຖະມົນຕີ​ສິງກະ​ໂປ, ທ່ານ​ຮຸນ​​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ນຽນ​ທູນ ຮອງ​ປະທານາທິບໍດີ​ມຽນມາ, ທ່ານ​ທະ​ນາ​ສັກ ປະຕິ​ມາ​ປຣະກອນ ຮອງ​ນາຍົກ ລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ​ທ່ານ​ຟາ​ມບິງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທີ່​ມາ​ເຂົ້າຮ່ວມ​ວາງ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດການ​ຄ້າ​ແລະ​ການ​ລົງທຶນ​ຈີນ-​ອາ​ຊຽນຄັ້ງທີ 11 ຢູ່​ທີ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ປະ​ເທດ​ຈີນ.

    ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ​ລາວ, ທ່ານ​ຈ່າງ​ກ່າວ​ລີ້​ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ວົງ​ການ​ຕ່າງ​ໆ​ຂອງ​ລາວ​ທີ່​ໄດ້​ບໍລິຈາກ​ເງິນ​ໃຫ້​ແກ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເມືອງຫຼູຕ້ຽນ​ແຂວງ​ຢູນນານ. ທ່ານ​ກ່າວ​ວ່າ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ລາວ​ ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ ​ແລະ​ນັບ​ມື້​ນັບ​ໝັ້ນຄົງ, ສອງ​ປະ​ເທດ​ກໍ​ໄດ້​ຄ່ອຍໆ​ກາຍ​ເປັນ​ປະຊາ​ຄົມ​ຊາຕາກຳ​ທີ່​ມີ​ປະ​ໂຫຍ​ດຮ່ວມ​ກັນ ​ແລະ​ພັດທະນາ​ຮ່ວມ​ກັນ. ປີ​ນີ້ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ຕ່າງ​ກໍ​ໄດ້​ມາ​ຢ້ຽມຢາມ​ຈີນ, ​ແລະ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ​ກັບ​ທ່ານ​ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ແລະ ​ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ພາຍ​ໃຕ້​ສະຖານະ​ການ​ໃໝ່. ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ຮັກສາ​ການ​ໄປມາ​ຫາ​ສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ທາງ​ລົດ​ໄຟ, ຊັບ​ພະ​ຍາກ​ອນ, ພະລັງງານ, ​ເສດຖະກິດ​ການ​ຄ້າ ​ແລະ​ທ້ອງ​ຖິ່ນ​ເປັນຕົ້ນ, ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

    ທ່ານ​ບຸ​ນຍັງ ວໍລະ​ຈິດ​ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເພື່ອ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ລາວ, ພັກ​ແລະ​ລັດຖະບານ​ລາວ ຍິນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ພັດທະນາ​ໄປ​ສູ່​ລະດັບ​ທີ່​ສູງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ