ວິ​ສາ​ຫະກິດມາ​ເລ​ເຊຍ 126 ​ແຫ່ງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ
2014-09-17 16:11:47  cri 
ຕາມ​ຂ່າວ CRI, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 11 ​ແລະ​ກອງ​ປ​ະຊຸມ​ສຸດ​ຍອດ​ວ່າ​ດ້ວຍການ​ຄ້າ​ແລະ​ການ​ລົງທຶນຈີນ-ອາ​ຊຽນຄັ້ງ​ທີ 11 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 16 ກັນຍາ​ນີ້​ຢູ່​ນະຄອນ​ນານ​ນິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາ​ງຊີ​ຂອງ​ຈີນ. ທ່ານ​ລີ​ຈີ​ລຽງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ໃນ​ວັນ​ດຽວ​ກັນ. ຕາມ​ໄດ້​ຊາບ​ວ່າ, ກົມ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ແລະ​ການ​ພັດທະນາ​ມາ​ເລ​ເຊຍ​ໄດ້​ນຳພາ​ວິ​ສາ​ຫະກິດ 126 ​ແຫ່ງ​​ເດີນທາງມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້.

ທ່ານ​ຊູ​ເຣສ ຄູ​ມາ ກົງສຸນ​ການ​ຄ້າ​ສະຖານ​ກົງສຸນ​ໃຫຍ່​ມາ​ເລ​ເຊຍ​ປະຈຳ​ກວາງ​ໂຈ່​ວຈີນ​ໄດ້​ບອກ​ນັກ​ຂ່າວ​ວ່າ, ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໃນ​ຄັ້ງ​ນີ້​ກ່ຽວ​ພັນກັບ​ຂົງ​ເຂດອາຫານ, ການ​ບໍລິການ, ທຸລະ​ກິດ​ທີ່​ໄດ້​ຮັບ​ອະນຸຍາດ​ພິ​ເສດ​ແລະ​ອື່ນໆ. ທ່ານ​ຄູ​ມາ​ຍັງ​ໃຫ້​ຮູ້​ອີກວ່າ, ນອກ​ຈາກ​ອາ​ຫານ​ແລ້ວ, ນັກ​ວິສາ​ຫະ​ກິດ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ມາ​ເລ​ເຊຍ​ກໍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ຢ່າງ​ຫ້າວ​ຫັນ, ​ເຂົາ​ເຈົ້າ​ຫວັງ​ວ່າ​ຈະ​ສາ​ມາດ​ຊອກ​ໂອກາດ​ການ​ຄ້າ​ຢູ່​ຈີນ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ໄດ້. ທ່ານ​ຄູ​ມາ​ເຊື່ອ​ໝັ້ນ​ວ່າຄະນະ​ຜູ້​ແທນ​ມາ​ເລ​ເຊຍ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໃນ​ຄັ້ງ​ນີ້​ຍ່ອມ​ຈະ​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ