ກອງ​ປະຊຸມ​​ໂຕະມົນເຈົ້າ​ເມືອງ​ເມືອງ​ທີ່​ສຳຄັນ​ຕາມ​ແລວ​ເສດຖະກິດ​ຈີນ-ສິງກະ​ໂປ​ຖະ​ແຫຼງ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນໜານ​ໜິງ"
2014-09-17 11:30:45  cri 

ວັນ​ທີ 16 ກັນຍາ​ນີ້, ຜູ້ຕາງໜ້າ​ເຈົ້າ​ເມືອງ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໂຕະມົນ​ເຈົ້າ​ເມືອງ​​ເມືອງ​ທີ່ສຳຄັນຕາມ​ແລວ​ເສດຖະກິດ​ຈີນ-ສິງກະ​ໂປ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ, ​ເທດສະບານ​ຂອງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ, ​ໂດຍ​ຮ່ວມ​ກັນຄົ້ນຄວ້າ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ມື​ລະຫວ່າງ​ຕົວ​ເມືອງ​ທີ່​ສຳຄັນ​​ເພື່ອ​ຊຸກ​ຍູ້​ການ​ກໍ່ສ້າງ​ແລວ​ເສດຖະກິດ​ຈີນ-ສິງກະ​ໂປ ພາຍ​ໃຕ້​ຂອບການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ.

ພາຍຫຼັງກອງ​ປະຊຸມ​ໄດ້​ສິ້ນ​ສຸດ​ລົງ, ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ຮ່ວມ​ກັນຖະ​ແຫຼງ "ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນໜານ​ໜິງ", ​ໂດຍ​ກ່າວ​ວ່າ​ຈະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ຂອງ​ຕົວ​ເມືອງ​ທີ່​ສຳຄັນ​ຕາມ​ແຕ່ລະ​ຈຸດ, ສ້າງ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຕົວ​ເມືອງ​ເຫຼົ່ານີ້, ​ເຮັດ​ແທ້​ທຳ​ຈິງ ​ເພື່ອ​ຊຸກ​ຍູ້​ການ​ກໍ່ສ້າງ​ແລວ​ເສດຖະກິດ​ຈີນ-ສິງກະ​ໂປ.

​ແລວ​ເສດຖະກິດ​ຈີນ-ສິງກະ​ໂປ​ແມ່ນ​ແລວ​ເສດຖະກິດ​ຂ້າມ​ຊາດ ​ໂດຍຖື​​ເອົານະຄອນ​ໜານ​ໜິງ ​ແລະ ນະຄອນ​ຄຸນ​ມິ​ງ​ເປັນຈຸດ​ເລີ່​ມຕົ້ນ, ຜ່ານ​ແຫຼມອິນ​ດູຈີນ​ລົງ​ໃຕ້​ຈົນ​ຮອດ​ສິງກະ​ໂປ, ​ເຊິ່ງກວມ​​ເອົາບັນດາ​ປະ​ເທດ​ໃນ​ແຫຼມອິນ​ດູ​ຈີນ ​ເຊັ່ນ: ລາວ, ຫວຽດນາມ, ກຳປູ​ເຈຍ, ​ໄທ ​ແລະ ມາ​ເລ​ເຊຍ, ຖືກ​ຖື​ເປັນ​ຂົວ​ທາງບົກ​ທີ່​ຕິດ​ຕໍ່​ຈີນ ​ແລະ ​ແຫຼມອິນດູຈີນ, ​ໃນ​ອະນາຄົດ​ຈະ​ເປັນກະດູກ​ສັນຫຼັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ