ຈີນ​ແລະ​ອາ​ຊຽນຈະ​ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ແລະຮ່ວມ​ກັນ​ສຸມ​ກຳລັງ​ເຂົ້າ​ໃນ​ການຍົກ​ລະດັບເຂດ​ການ​ຄ້າ​ເສລີສອງ​ຝ່າຍ
2014-09-17 11:36:46  cri 

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 11 ​ແລະ ກອງ​ປະຊຸມສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງທີ 11 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ໃນ​ວັນ​ທີ 16 ກັນຍາ​ນີ້. ທ່ານ​ຈ່າງ​ກ່າວ​ລີ, ຮອງ​ນາຍົກລັດຖະມົນຕີຈີນ, ທ່ານ​ບຸນ​ຍັງ ວໍລະ​ຈິດ, ຮອງ​ປະທານ​ປະ​ເທດ​ລາວ, ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ນຽນ​ຕຸ​ນ, ຮອງ​ປະທານາທິບໍດີ​ມຽນມາ, ທ່ານ​ທະ​ນາ​ສັກ ປະຕິ​ມາ​ປຣະກອນ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ ທ່ານ​ຟາ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ ​ແລະ​ຕ່າງ​ກໍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ຄັ້ງນີ້, ​ເຊິ່ງຄຳ​ປາ​ໄສ​ຂອງ​ບັນດາ​ທ່ານ​ຕ່າງກໍ​ໄດ້​ປິ່ນອ້ອມຫົວ​ຂໍ້ "ການ​ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລສະຕະວັດ​ທີ 21" ​ແລະ​ການ​ຍົ​ກລະດັບ​ເຂດ​ການ​ຄ້າ​​ເສລີ​ຈີນ-ອາ​ຊຽນ ​ເປັນຕົ້ນ.

​ໃນ​ພິທີ​ຄັ້ງນີ້, ທ່ານ​ຈ່າງ​ກ່າວ​ລີ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ: ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ທີ່​ມີ​ຂຶ້ນກ່ອນໜ້າ​ນີ້ 2000 ກວ່າ​ປີ ​ໄດ້​ສ້າງ​ຊ່ອງ​ທາງ​ແຫ່ງ​ການ​ແລກປ່ຽນ​ກັນ​ດ້ານ​ເສດຖະກິດການ​ຄ້າ, ວັດທະນະທຳ ​ແລະ ຄວາມ​ຮັກ​ແພງ​ ລະຫວ່າງປະຊາຊົນ​ຈີນ​ແລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີຂໍ້​ລິ​ເລີ່​ມຮ່ວມ​ກັນສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ​ໃນ​ເວລາ​ເດີນທາງ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ເມື່ອປີ​ກາຍ​ນີ້, ອັນ​ໄດ້​ຊີ້​ທິດທາງ​ແຫ່ງ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນຕື່ມ​ອີກ. ທ່ານ​ຈ່າງ​ກ່າວ​ລີ ກ່າວ​ວ່າ:"ອາ​ຊຽນ​ແມ່ນ​ພາກ​ພື້ນ​ແຫ່ງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ, ​ແລະກໍ​ແມ່ນ​ພາກ​ພື້ນ​ທີ່​ສຳຄັນ​ໃນ​ການ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21. ພວກ​ຂ້າພະ​ເຈົ້າຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ທະ​ເລ​ກັບປະ​ເທດ​ອາ​ຊຽນ, ​ເຮັດ​ໃຫ້ການ​ຮ່ວມ​ມື​ທາງ​ທະ​ເລ​ກາຍ​ເປັນ​ຈຸດ​ຮຸ່ງ​ໃສ​ໃໝ່ ​ແລະ ພະລັງ​ຊຸກ​ດັນ​ໃໝ່​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ."

ທ່ານ​ຈ່າງ​ກ່າວ​ລີ ​ໄດ້ວາງ ​6 ຂໍ້​ສະ​ເໜີ​ໃນ​ການ​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນຕື່ມ​ອີກ, ​ເຊິ່ງລວມທັງ​ການ​ສຸມ​ກຳລັງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ເລິກ​ເຊິ່ງດ້ານ​ການ​ເມືອງ, ສຸມ​ກຳລັງ​ຍົກ​​ຄຸນ​ນະພາ​ບ​ແລະລະດັບຂອງ​ເຂດ​ການ​ຄ້າ​​ເສລີ​ຈີນ-ອາ​ຊຽນ​ໃຫ້​ສູງ​ຂຶ້ນ, ສຸມ​ກຳລັງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ດ້ານ​ການ​ເຊື່ອມ​ຈອດກັນ, ສຸມ​ກຳລັງ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ທະ​ເລ, ສຸມ​ກຳລັງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ ​ແລະ ສຸມ​ກຳລັງ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​​ວັດທະນະ​ທຳ-ສັງຄົມ​.

ຜູ້ນຳ​ຂອງ​ປະ​ເທດ​ອາ​ຊຽນທີ່​ເຂົ້າຮ່ວມ​ກອງ​ປະຊຸມ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່ຂໍ້​ລິເລີ່​ມ ​"ຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21". ທ່ານ​ນຽນ​ຕຸ​ນ, ຮອງ​ປະທານາທິບໍດີ​ມຽນມາ ກ່າວ​ວ່າ: ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ ຈະ​ສ້າງ​ໂອກາດ​ໃໝ່​ໃຫ້​ແກ່​ປະ​ເທດ​ອາຊຽນ ​ແລະ ຈີນ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​​ ​ແລະ​ ການ​ຮ່ວມ​ມື ໃນຫຼາຍຂົງ​ເຂດ.

ທ່ານ​ທະ​ນາ​ສັກ ປະຕິມາ​ປຣະກອນ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ກ່າວ​ວ່າ: ການ​ເຈລະຈາ​ກ່ຽວ​ກັບ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ ຈະ​ເປັນ​ການ​ຍົກ​ລະດັບ​ແລະ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ, ​ແລະ​ກໍ​ປັບປຸງ​ຖານະ​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ເສດຖະກິດ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ