ເວ​ທີປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ​ລະຫວ່າງ​ຈີນ-ອາ​ຊຽນຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ
2014-09-17 16:51:11  cri 


ຕາມ​ຂ່າວCRI: ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ຕື່ມອີກ, ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ໃນ​ສູນ​ປະຊຸມ​ແລະ​ວາງສະ​ແດງ​ຂອງ​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 16 ກັນຍາ​ນີ້.
ຜູ້ນຳ​ແລະ​ຜູ້ຕາງໜ້າ​ຂອງ​ກະຊວງ​ການ​ຄ້າ​ຈີນ, ສະມາຄົມ​ຜູ້​ຮັບ​​ເໝົາ​ກໍ່ສ້າງແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ກໍ່​ຄື​ແຂກ​ຜູ້​ມີ​ກຽດ​ຂອງ​ອົງ​ການ​ທີ່​ກ່ຽວຂ້ອງ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ການ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ, ການຊຸກຍູ້​ການ​ຮ່ວມ​ມື​ໃນ​ດ້ານການທະນາຄານ​, ​ວິສະວະກຳ​ແລະ​ອື່ນໆ​ພາຍ​ໃຕ້​ສະຖານະ​ການ​ໃໝ່.


ຕາມ​ຂ່າວ​ແຈ້ງວ່າ, ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ຂອງ​ປີ 2014, ວິ​ສາ​ຫະກິດ​ຂອງ​ຈີນ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຮັບ​ເໝົາກໍ່ສ້າງໂຄງການ​ກັບປະ​ເທດ​ອາ​ຊຽນ​ໄລ່ລວມ​ມີມູນ​ຄ່າ​ຫຼາຍ​ກວ່າ 180 ຕື້​ໂດ​ລາ, ​ໄດ້​ສຳ​ເລັດ​ມູນ​ຄ່າທຸລະ​ກິດ​ຫຼາຍ​ກວ່າ 125 ຕື້​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ