ແຜນການ​ຄູ່​ຮ່ວມ​ມື​ດ້ານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ຫຼາຍ​ດ້ານ
2014-09-17 16:52:19  cri 
​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ຂອງ​ກອງ​ປ​ະຊຸມ​ໃຫຍ່​ການ​ໂອນເຕັກ​ໂນ​ໂລ​ຊີ​ແລະ​ກາ​ນຮ່ວມ​ມື​ທີ່​ມີ​ຫົວຄິດປະດິດ​ສ້າງ​ລະຫວ່າງ​ຈີນ-ອາ​ຊຽນຄັ້ງ​ທີ 2 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ​ໃນ​ວັນ​ທີ 16 ກັນຍາ​ນີ້, ທ່ານ​ສາວ​ຈ້ຽນລິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ວ່າ, ​ແຜນການ​​ຄູ່​ຮ່ວມ​ມື​ດ້ານ​ວິທະຍາສາດ​​ແລະເຕັກ​ໂນ​ໂລ​ຊີ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ຫຼາຍ​ດ້ານ, ​ໃນ​ຂັ້ນ​ຕອນ​ຕໍ່ໜ້າ, ຈະ​ເລັ່ງລັດ​ສ້າງ​ເຄືອ​ຂ່າຍ​ ​ປະສານ​ງານດ້ານວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີກະສິກຳ​ລະຫວ່າງ​ຈີນ-ອາ​ຊຽນ, ຊຸກຍູ້​ການ​ເຄື່ອນ​ໄຫວ​ໃນ​ດ້ານພະລັງງານ​ໃໝ່​ແລະ​ພະລັງງານ​ໝູນວຽນ​ລະຫວ່າງ​ຈີນ-ອາ​ຊຽນ.

ທ່ານ​ສາວ​ຈ້ຽນລິນ​ແນະນຳ​ໃຫ້​ຮູ້​ວ່າ, ແຜນການ​ຄູ່​ຮ່ວມ​ມື​ດ້ານ​ວິທະຍາສາດ​​ແລະເຕັກ​ໂນ​ໂລ​ຊີ​ລະຫວ່າງ​ຈີນ-ອາ​ຊຽນ​ມີ​ຈຸດປະສົງ​ເພື່ອ​ແບ່ງ​ເປັນບົດຮຽນ​ຜົນສຳ​ເລັດ​ໃນ​ດ້ານ​ການ​ພັດທະນາ​ວິທະຍາສາດ​​ແລະເຕັກ​ໂນ​ໂລ​ຊີ, ​​ແລະ​ລົງ​ເລິກການ​ຮ່ວມ​ມື​ລະຫວ່າ​ງຈີນ-ອາ​ຊຽນ​ໃນ​ຂົງ​ເຂດ​ວິທະຍາສາດ​​ແລະເຕັກ​ໂນ​ໂລ​ຊີ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ໂດຍ​ຜ່ານ​ການ​ດຳ​ເນີນ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ. ​ໃນ​ແຜນການ​, ​ໃນ​ດ້ານການ​ຮ່ວມ​ກັນສ້າງ​ຫ້ອງ​ທົດ​ລອງຮ່ວມ, ຮ່ວມ​ກັນ​ສ້າງ​ສູນ​​ໂອນເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ, ​ແຜນການ​ກ່ຽວ​ກັບ​ນັກວິທະຍາສາດຊາວ​ໜຸ່ມ​ທີ່​ດີ​ເດັ່ນ​ຂອງ​ປະ​ເທດ​ອາ​ຊຽນມາ​ເຮັດ​ວຽກຢູ່ຈີນ, ຮ່ວມ​ກັນ​ສ້າງ​ເວທີ​ທີ່​ແບ່ງປັນ​ແລະໃຫ້ບໍລິການ​ດ້ານ​ຂໍ້​ມູນຜ່ານ​ດາວ​ທຽມ​ທີ່​ຄວບ​ຄຸມ​ໄລຍະ​ໄກ​ຈີນ-ອາ​ຊຽນ​ແລະ​ດ້ານ​ອື່ນໆລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ສົມຄວນ.

ທ່າ​ນສາວ​ຈ້ຽນລິນ​ຍັງ​ກ່າວ​ວ່າ, ພາກສ່ວນ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ແລະ​ພາກສ່ວນ​ຄຸ້ມ​ຄອງ​ທາງ​ດ້ານ​ວິທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ເລີ່​ມດຳ​ເນີນ​ການ​ສ້າງຫ້ອງ​ທົດ​ລອງ​ຮ່ວມອຸດສາຫະກຳ​ອາຫານຈີນ-ກຳປູ​ເຈຍ, ການ​ສ້າງສູນ​ຄົ້ນຄວ້າ​ຮ່ວມທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ-​ໄທ, ຫ້ອງ​ທົດ​ລອງ​ຮ່ວມ​ດ້ານ​ລາ​ດາ​ແລະໂທລະ​ຄົມຜ່ານ​ດາວ​ທຽມ, ຫ້ອງ​ທົດ​ລອງ​ຮ່ວມ​ພະລັງງານ​ໃໝ່​ແລະ​ພະລັງງານ​ໝູ​ນວຽນ​ຈີນ-ລາວ​ແລະ​ການ​ສ້າງ​ຫ້ອງ​ທົດ​ລອງ​ທີ່​ເປັນ​ຈຸດ​ສຸມອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ