ຈີນ​ແລະ​ອາ​ຊຽນຫວັງ​ຢາກ​ດໍາ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກຂ້າມ​ຊາຍ​ແດນ​ໃຫ້​ຫຼາຍ​ກວ່າ​ເກົ່າ
2014-09-17 16:56:43  cri 

ວັນ​ທີ 16 ກັນຍາ​ນີ້, ກ​ອງປະຊຸມ​ສຸດ​ຍອດ​ການ​ຄ້າ​ເອ​ເລັກ​ໂຕ​ນິກຈີນ-ອາ​ຊຽນຄັ້ງ​ປະຖົມມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ ​ເຂດ​ປົກຄອງ​ຕົນ​​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຂອງ​ຈີນ. ​ເຈົ້າ​ໜ້າ​ທີ່​ພາກສ່ວນ​ການ​ຄ້າ​ແລະ​ຜູ້ຕາງໜ້າ​ຂອງ​ວິ​ສາ​ຫະກິດ​ການ​ຄ້າ​ເອ​ເລັກ​ໂຕ​ນິກທີ່​ມາ​ຈາກ​ຈີນ​ແລະ​ອາ​ຊຽນ ​ໄດ້​ປຶກສາ​ຫາລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຫຼັກ​ຄື "ການ​ຄ້າ​ເອ​ເລັກ​ໂຕ​ນິກຂ້າມ​ຊາຍ​ແດນ, ຕົວ​ເມືອງ​ແຫ່ງ​ສະຕິ​ປັນຍາ ​ແລະ​ເສດຖະກິດ​ທາງ​ອິນ​​ເຕີ​ເນັດ".

ທ່ານ​ຫວາງ​ໜາຍ​ຊົວ, ຫົວໜ້າ​ພະ​ແນ​ກການ​ຄ້າ​ເຂດ​ກວາງຊີຈີນ​ກ່າວ​ວ່າ, ນີ້​​ແມ່ນ​ຄັ້ງທໍາ​ອິດ​ທີ່​ງານ​ວາງສະ​ແດງ​ສິນຄ້າ​ຈີ​ນ-ອາ​ຊຽນ​ໄດ້​ສ້າ​ງຕັ້ງ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​​ໂຕ​ນິກ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ລວບ​ລວມຊັບພະຍາກອນ​ໃໝ່​ແລະ​ສົ່ງ​ເສີມ​​ໂຄງການ​ໃໝ່​​​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເອ​ເລັກ​​ໂຕ​ນິກລະຫວ່າງ​ຈີນ​ກັບ​ອາ​ຊຽນ ​ໂດຍຜ່ານ​ການ​ດໍາ​ເນີນ​ການ​ສົນ​ທະນາ​ແລະ​ການ​ແລກປ່ຽນ​ຂັ້ນ​ສູງ.

​ອິນໂດ​ເນ​ເຊ​ຍ, ສິງກະ​​ໂປ ​ແລະ​ປະ​ເທດ​ອື່ນໆ ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ພາກສ່ວນ​ການ​ຄ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ບໍ​ລີ​ສັດ Amazon , Alibaba, JD, Soufun, S.F. Express ​ແລະ​ວິ​ສາ​ຫະກິ​ດອື່ນໆທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ກໍ​ໄດ້​ສົ່ງ​ຜູ້ຕາງໜ້າ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ເຊັ່ນ​ດຽວກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ