ເຄື່ອງ​​ເຟີ​ນີ​​ເຈີ​ໄມ້​ແດງຂອງ​ຫວຽດນາມ​ກາຍ​ເປັນ​ສິນຄ້າ​ຂາຍ​ດິບ​ຂາຍ​ດີ​ໃນ​ງານ​ວາງສະ​ແດງ
2014-09-17 11:17:27  cri 

ຢູ່​ຫໍ​ວາງສະ​ແດງ​ຫວຽດນາມ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ນີ້,ຮ້ານ​ວາງສະ​ແດງ​ເຄື່ອງ​ເຟີ​ນີ​ເຈີ​​ໄມ້​ຈຳນວນ​ຫຼາຍ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຄົນ​ທັງຫຼາຍ. ​​ເຄື່ອງ​ເຟີ​ນີ​​ເຈີ​ໄມ້​ດູ່ ​ແລະ ​ໄມ້​ແດງ​ແລະອື່ນໆຂອງ​ຫວຽດນາມ​ມີ​ທ່າ​ແຮງ​ໃນ​ດ້ານ​ລາຄາ, ຄຸນ​ນະພາ​ບ ​ແລະ ຮູບ​ການ, ​ແມ່ນ​ຜະລິດ​ຕະພັນ​ທີ່​ດຶງ​ດູດ​ສາຍຕາ​ທີ່​ສຸດ​​ໃນ​ງານ​ວາງສະ​ແດງ.

​ນາງ​ຜູ້​ນີ້​ເອົາ​ຕັ່ງ​ອີ້​ໄມ້​ດູ່ 2 ໜ່ວຍ, ​ເຖິງ​ວ່າ​ໜັກ​ຫຼາຍ​ແຕ່​ກໍ່​ຍິ້ມ​ແຍ້ມ​ແຈ່ມ​ໃສ. ນາງ​ບອກ​ນັກ​ຂ່າວ​ວ່າ, ຕັ່ງ​ອີ້​ 2 ໜ່ວຍ​ນີ້​ແມ່ນ​ຊື້​ຢູ່​ຮ້ານ​ວາງສະ​ແດງ​ຫວຽດນາມ, ລາຄາ​ບໍ່​ແພງ, ຄຸນ​ນະພາ​ບກໍ່​ດີ. ​ເຖິງ​ວ່າ​ໜັກ​ຫຼາຍ, ​​ແຕ່​ນາງກໍມີຄວາມພໍໃຈກັບມັນຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ