ພິທີເຊັນສັນຍາ​ກ່ຽວ​ກັບໂຄງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ​ຂອງ​ງານ​ວາງ​ສະ ແດງ​ສິນ​ຄ້າ​ຈີນ-ອາຊຽນ​ຄັ້ງ​ທີ 11
2014-09-18 16:27:14  cri 
ຕາມ​ຂ່າວ CRI, ພິທີເຊັນສັນຍາກ່ຽວ​ກັບ​ໂຄງ​ການ​ຮ່ວມ​ມື​ເສດ ຖະ​ກິດ​ສາ​ກົນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 11 ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 17 ກັນຍາ​ນີ້​ທີ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ.

ພິທີ​ເຊັນ​ສັນຍາ​ໃນ​ເທື່ອ​ນີ້​ໄດ້​ໂຮມ​ສູນ​ລົງ​ນາມ​ໃນ​ສັນຍາ​ໂຄງການ​ຮ່ວມ​ມື​ເສດຖະກິດ​ສາກົນລວມທັງ​ໝົດ 72 ​ໂຄງການ, ​ເຊິ່ງ​ໂຄງການ​ເຫຼົ່າ​ນີ້​ໄດ້​ກ່ຽວ​ພັນ​ເຖິງ​ປະ​ເທດ​ສະມາຊິກ​ອາ​ຊຽນ, ອາ​ເມຣິກາ, ກາ​ນາ​ດາ, ​ໂຮ​ນລັງ, ​ດານ​ມາກ​, ນອກນີ້,ຍັງມີ​ຮົງ​ກົງ, ມາ​ກາວ​ແລະ​ໄຕ້​ຫວັນ​ຂອງ​ຈີນ. ​ໃນ​ນັ້ນ, ​ໂຄງການ​ການ​ລົງທຶນ​ແລະ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ວິ​ສາ​ຫະກິດ​ຈີນ​ທີ່​ລົງທຶນ​ແລະ​ຮັບ​ເໝົາ​ໂຄງການ​ຕໍ່​ຕ່າງປະ​ເທດ​ມີ 14 ​ໂຄງການ, ຈີນ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ 58 ​ໂຄງການ. ຈີນ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໄດ້​ເຊັນ​ສັນຍາ​ໂຄງການ​ຮ່ວມ​ມື 22 ​ໂຄງ​ການ, ​ເ​ຊິ່ງກວມ​ເອົາ 31% ຂອງ​ຍອດ​ຈຳນວນ​ໂຄງການ​ທີ່​ໄດ້​ເຊັນ​ສັນຍາ​ໃນ​ເທື່ອ​ນີ້. ນອກຈາກ​ເຂດ​ກວາງຊີ​ແລ້ວ, ​ແຂວງ​ກວາງຕຸ້ງ, ​ແຂວງ​ຈ່ຽງຊີ,​ແຂວງ​ຫູ​ນານ​ແລະ​ແຂວງ​ອື່ນໆ​ຂອງ​ຈີນ​ກໍ​ໄດ້​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ລົງທຶນ​ກັບປະ​ເທດ​ສະມາຊິກ​ອາ​ຊຽນ​ເປັນ​ຕົ້ນ​ແມ່ນ​ໄທ,​ມາ​ເລ​ເຊຍ,​ມຽນມາ​ແລະ​ຫວຽດນາມ, ຍອດ​ມູນ​ຄ່າ​ການ​ລົງທຶນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ​ເມື່ອທຽ​ບ​ໃສ່​ງານ​ວາງສະ​ແດງ​ຄັ້ງ​ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ